ໜ່ວຍພັກ ກົມປ້ອງກັນອາກາດ ສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດ III ປີ 2026
ເວລາອອກຂ່າວ: 2026-10-12 14:57:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2026 ນີ້, ໜ່ວຍພັກ ກົມປ້ອງກັນອາກາດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ເລຂາໜ່ວຍພັກ, ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ອ໋ອດໄຊ ຈໍາປາພັນ ກໍາມະການຄະນະໜ່ວຍພັກ, ຮອງຫົວໜ້າກົມປ້ອງກັນອາກາດ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດ III ແລະ ທິດທາງແຜນການ ປະຈຳໄຕມາດ IV ປີ 2026, ໂດຍໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງໜ່ວຍພັກ ກົມປ້ອງກັນອາກາດ ມາຈັດຕັ້ງປະຕິບັດເຂົ້າສູ່ໜ້າທີ່ວຽກງານຕົວຈິງ ຂອງກົມກອງເປັນຕົ້ນແມ່ນ: ວຽກງານຮັບປະກັນເຮັດໃຫ້ສະພາບ ມີຄວາມສະຫງົບ, ຊີ້ນໍາບັນດາກໍາລັງ, ກົມກອງທີ່ຂຶ້ນກັບໃຫ້ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ບັນດາຂອບເຂດທີ່ກົມກອງຮັບຜິດຊອບ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ຊີ້ນຳລະບົບປະຈຳການກຽມພ້ອມສູ້ຮົບທຸກຂັ້ນ ຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ ເພື່ອສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດນະໂຍບາຍ ຕໍ່ພະນັກງານ-ສະມາຊິກພັກ ໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ, ຄົ້ນຄວ້າປັບປຸງເນື້ອໃນ-ພິທິການ ແລະ ກະກຽມວຽກງານຮອບດ້ານຕ່າງໆ ໃນການສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ຄົບຮອບ 65 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ. ຈາກນັ້ນ, ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ. ພ້ອມທັງ ຮັບຟັງການໂອ້ລົມຊີ້ນໍາ ຈາກສະຫາຍ ປະທານ ຕື່ມອີກ.
ໂດຍ: ສະຫວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















