ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງ ໄລະຍະສັ້ນ ປະຈໍາປີ 2026
ເວລາອອກຂ່າວ: 2026-10-12 14:39:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງຈຳປາສັກ ໄດ້ປິດຊຸດອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກຳມະການຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍ, ໂຮງຮຽນ, ໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ກ່ອງແກ້ວ ວຽງໄຊຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບ ຜົນສຳເລັດການເຝິກອົບຮົມ ໃນໄລຍະຜ່ານມາເຫັນວ່າ: ນັກເຝິກອົບຮົມ ມີຄວາມຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ແລະ ເຂົ້າໃຈ ຕໍ່ບັນຫາທີ່ນໍາມາເຝິກອົບຮົມ, ມີຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບຢ່າງເຂັ້ມງວດ ເວົ້າສະເພາະ ແມ່ນການປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງຄະນະຮັບຜິດຊອບຊຸດເຝິກອົບຮົມວາງອອກ, ມີຄວາມຮັບຜິດຊອບສູງ ຕໍ່ການຄົ້ນຄວ້າຮໍ່າຮຽນ, ຮັບຟັງການເຜີຍແຜ່ບັນລະຍາຍເອກະສານ, ອະທິບາຍໄຈ້ແຍກປະກອບຄໍາເຫັນ, ແລກປ່ຽນສົນທະນາ ແລະ ອື່ນໆ ສາມາດສູ້ຊົນບັນລຸໄດ້ຕາມລະດັບຄາດໝາຍ 100%. ຈາກນັ້ນ, ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ມອບໃບຢັ້ງຢືນ ໃຫ້ນັກຝຶກອົບຮົມ ວຽກງານພັກ-ວຽກງານການເມືອງ ທົ່ວກອງບັນຊາການທະຫານແຂວງຈໍາປາສັກ ຕື່ມອີກ. ໂອກາດນີ້, ໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ປະທານ ຕື່ມອີກ. ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ