ຄະນະຄອບຄົວການນໍາ ກອງບັນຊາການທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມ ກອງພົນທີ 1
ເວລາອອກຂ່າວ: 2026-10-12 11:13:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ນີ້, ຄະນະຄອບຄົວການນໍາ ກອງບັນຊາການທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພົນຈັດຕະວາ ດັ້ງ ວັນ ເລີ້ມ ຮອງຜູ້ບັນຊາການທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ກອງພົນທີ 1 ກອງທັບປະຊາຊົນລາວ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າການທະການ ກອງພົນທີ 1 ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ຄຳຊາວ ລິນທະກຸນແກ້ວ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາການ, ນາຍ ແລະ ພົນທະຫານ ກ່າວສະແດງຄວາມຍິນດີຕ້ອນຮັບ ດ້ວຍຄວາມຮັກແພງ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ. ພ້ອມທັງ ລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງກອງພົນທີ 1 ໃຫ້ຄະນະໄດ້ຮັບຮູ້ ແລະ ຝາກຄໍາອວຍພອນອັນປະເສີດໄປຍັງການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນຫວຽດນາມບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ ພ້ອມກັນສ້າງສາພັດທະນາ ປະເທດຊາດ ໃຫ້ກ້າວຂຶ້ນສູ່ຜົນສໍາເລັດອັນໃໝ່ ແລະ ພ້ອມກັນເສີມຂະຫຍາຍຄວາມສາມັກຄີແບບພິເສດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ດັ້ງ ວັນ ເລີ້ມ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບທີ່ອົບອຸ່ນ ແລະ ເປັນກັນເອງ ຂອງຄະນະນຳກອງພົນທີ 1 ພ້ອມທັງ, ລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວ, ທີ່ຕັ້ງ ແລະ ພາລະບົດບາດ ຂອງກອງບັນຊາການທະຫານເຂດ 7 ແລະ ຝາກຄໍາອວຍພອນ ຜ່ານຄະນະພັກ-ຄະນະບັນຊາການ ກອງພົນ ໄປຍັງພະນັກງານ-ນັກຮົບທົ່ວກອງພົນທີ 1 ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ພ້ອມກັນສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືີຮອບດ້ານ ແລະ ຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ລະຫວ່າງ ນາຍທະຫານໜຸ່ມ ຂອງສອງກອງທັບ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນ ແລະ ເພີ່ມທະວີຍິ່ງໆ ຂຶ້ນ.
ຈາກນັ້ນ, ສອງຝ່າຍ ໄດ້ຜັດປ່ຽນກັນມອບຂອງຂວັນ ທີ່ລະນຶກ ແລະ ເຄື່ອງຕ້ອນ ຂອງຝາກ ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















