ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ເຜີຍແຜ່ບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ VIII
ເວລາອອກຂ່າວ: 2026-10-12 11:00:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



ວັນທີ 7 ຕຸລາ 2026 ນີ້, ສານທະຫານຂັ້ນສູງ ເຜີຍແຜ່ບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ VIII ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວັນ ສີເຟືອງ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງເງິນ ແກ້ວວົງໃສ ຮອງປະທານສານທະຫານຂັ້ນສູງ ໄດ້ເຜີຍແຜ່ເອກະສານບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ VIII. ໂອກາດນີ້, ສະຫາຍ ພັນເອກ ວັນ ສີເຟືອງ ໄດ້ເນັ້ນໜັກ ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງລັດ, ຂອງກອງທັບ, ຂອງພົນລະເມືອງ, ຮັບປະກັນສິດເສລີພາບ, ກຽດສັກສີ, ສຸຂະພາບ ແລະ ຊີວິດ ຂອງພົນລະເມືອງ ຢູ່ໃນທຸກຂັ້ນຕອນ ຂອງການດໍາເນີນຄະດີຕາມຂະບວນການຍຸຕິທໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ