ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ປະກາດການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ ຢູ່ກອງພັນ 705
ເວລາອອກຂ່າວ: 2026-10-12 10:39:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 9 ຕຸລາ 2026 ນີ້, ກອງພັນ 705 ກອງບັນຊາການທະຫານອາກາດ ໄດ້ປະກາດການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸດລັດ ສາຍນໍ້າຄານ ຫົວໜ້າການເມືອງ ກອງພັນນ 705, ມີຄະນະພັກ-ຄະນະບັນຊາ ກອງພັນ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງໄຊ ຈັນທະລາວົງ ຫົວໜ້າການທະຫານ ກອງພັນ 705 ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານອາກາດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານກອງພັນ 705, ໃນນີ້ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ກິດຕິ ສຸລິຍະເດດ ເປັນຮອງຫົວໜ້າການທະຫານ ກອງຮ້ອຍປ້ອງກັນ, ສະຫາຍ ຮ້ອຍໂທ ບຸນເລີດ ສີລາເພັດ ເປັນຮອງຫົວໜ້າການທະຫານ ກອງຮ້ອຍເຕັກນິກ, ສະຫາຍ ຮ້ອຍຕີ ເຈັກ ດວງວັນດິດ ເປັນຮອງຫົວໜ້າການເມືອງ ກອງຮ້ອຍປ້ອງກັນ, ສະຫາຍ ຮ້ອຍໂທ ສົມຫວັງ ແກ້ວມະນີ ເປັນຫົວໜ້າໝວດຜະລິດ, ສະຫາຍ ຮ້ອຍໂທ ນາງ ຫຼ້ານ້ອຍ ສຸກທິວົງ ເປັນຫົວໜ້າໝວດສໍານັກ, ສະຫາຍ ຮ້ອຍໂທ ບຸນຫຼາຍ ສີສົມຫວັງ ເປັນຮອງຫົວໜ້າໝວດຜະລິດ ແລະ ສະຫາຍ ຮ້ອຍຕີ ນາງ ໄມວັນ ມະນີແພງ ເປັນຮອງຫົວໜ້າໝວດສໍານັກ ກອງພັນ 705 ກອງບັນຊາການທະຫານອາກາດ. ໂດຍ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ