ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງບັນຊາການທະຫານຊາຍແດນ ປະດັບຊັ້ນນາຍທະຫານ ໃຫ້ນັກຮຽນ ທີ່ຈົບຈາກຕ່າງປະເທດ
ເວລາອອກຂ່າວ: 2026-10-12 10:11:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນທີ 9 ຕຸລາ 2026, ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີ ປະດັບຊັ້ນນາຍທະຫານ ໃຫ້ນັກຮຽນ ທີ່ຮຽນຈົບວິຊາສະເພາະ ຂັ້ນປະລິນຍາຕີ ຈາກຕ່າງປະເທດ ປະຈຳສົກປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພາກສ່ວນທີ່ກ້ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຜ່ລ້ອມ ໄຊຍະວົງສາ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບຊັ້ນນາຍທະຫານ ໃຫ້ນັກຮຽນ ທີ່ຮຽນຈົບປະລິນຍາຕີ ຈາກຕ່າງປະເທດ ທັງໝົດ 9 ສະຫາຍ ໃນນີ້, ປະດັບຊັ້ນຮ້ອຍໂທ ໃຫ້ນັກຮຽນ ທີ່ຈົບຈາກ ສ ຣັດເຊຍ ວຽກງານຄຸ້ມຄອງ, ບັນຊາທະຫານຊາຍແດນ 4 ສະຫາຍ ແລະ ຈົບຈາກ ສສ ຫວຽດນາມ ວຽກງານຄຸ້ມຄອງຊາຍແດນ 5 ສະຫາຍ. ພ້ອມທັງ, ຜ່ານໜັງສືນໍາສົ່ງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງຊັບຊ້ອນ ບັນດາສະຫາຍທີ່ໄດ້ຮັບການປະດັບທຽບຊັ້ນຄັ້ງນີ້ ເຂົ້າຢູ່ແຕ່ລະກົມກອງ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮຽນມາ. ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງວຽກງານວິຊາສະເພາະ ຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ສຶກສາຄົ້ນຄວ້າ, ກຳແໜ້ນສະພາບການ, ແນວທາງນະໂຍບາຍຂອງພັກ,ຈັດຕັ້ງປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ເປັນເຈົ້າການປະສານສົມທົບເຮັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສຳເລັດຕາມການມອບໝາຍ. ໂດຍ: ນ. ອານຸພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ