ສຽງກ້ອງກັງວານທົ່ວສາຍນ້ຳ ບຸນຊ່ວງເຮືອປະເພນີຂອງລາວ
ເວລາອອກຂ່າວ: 2026-10-12 09:38:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ: ![]()
ບຸນຊ່ວງເຮືອປະເພນີຂອງລາວ ເປັນໜຶ່ງໃນຮີດຄອງປະເພນີ ແລະ ງານບຸນວັດທະນະທຳອັນຍິ່ງໃຫຍ່ທີ່ສືບທອດກັນມາແຕ່ບູຮານນະການ. ງານນີ້ມັກຈະຈັດ
ຂຶ້ນໃນຊ່ວງໄລຍະອອກພັນສາ ປະມານເດືອນ ຕຸລາ ຫຼື ພະຈິກ ຂອງທຸກໆປີ ຕາມແມ່ນ້ຳສາຍຕ່າງໆ ເຊັ່ນ: ແມ່ນ້ຳຂອງ, ແມ່ນ້ຳຊຳ, ແມ່ນ້ຳເຊໂດນ ແລະ ແມ່ນ້ຳຂາບ. ເຊິ່ງມີປະຫວັດຄວາມເປັນມາຄື: ເປັນລາວມີຄວາມຜູກພັນກັບສາຍນ້ຳ ຕັ້ງແຕ່ບູຮານມາ, ວິຖີຊີວິດຂອງປະຊາຊົນລາວຜູກພັນກັບແມ່ນ້ຳລຳຄອງຢ່າງແໜ້ນແຟ້ນເພາະແມ່ນ້ຳຄືແຫຼ່ງຊອກມາຫາກິນ, ການຄົມມະນາຄົມ ແລະ ການກະສິກຳ. ທັງມີຄວາມເຊື່ອເລື່ອງພະຍານາກ ແລະ ບູຊາແມ່ພະຄົງຄາ, ສະນັ້ນ ຈື່ງມີການຊ່ວງເຮືອນິຍົມຈັດຂຶ້ນເພື່ອເປັນການບູຊາ ແລະ ສິ່ງສັກສິດທີ່ປົກປັກຮັກ
ສາແຫຼ່ງນ້ຳ ທີ່ໄດ້ໃຫ້ມີນ້ຳໃຊ້ໃນການປູກຝັງ ແລະ ດຳລົງຊີວິດຕະຫຼອດມາ, ແລະ ເປັນການສະຫຼອງມື້ອອກພັນສາ ແລະ ຍັງເປັນການສະຫຼອງໃນໂອກາດສິ້ນສຸດການຈຳພັນສາຂອງພຣະສົງ-ສາມະເນນ, ເຊິ່ງໃນມື້ບຸນອອກພັນສາຈະມີການ ຕັກບາດເທໂວໂຣຫະນະ, ການໄຫຼເຮືອໄຟ ແລະ ຕໍ່ດ້ວຍງານຊ່ວງເຮືອໃນມື້ຕໍ່ມາ.
ບຸນປະເພນີຊ່ວງເຮືອດັ່ງກ່າວ ໄດ້ມີຄວາມສຳຄັນຂອງຄົນລາວ ຕ້ອງໄດ້ສືບສານວັດທະນະທຳອັນດີງາມ ທັງເປັນການຮັກສາ ແລະ ສົ່ງເສີມມໍລະດົກທາງວັດ
ທະນະທຳພື້ນບ້ານທີ່ເປັນເອກະລັກຂອງຊາດລາວ ໃຫ້ຄົນຮຸ່ນຫຼັງໄດ້ຮຽນຮູ້ ແລະ ພາກພູມໃຈ.
ຍັງເປັນການສ້າງຄວາມສາມັກຄີ ເພາະປະເພນີດັ່ງກ່າວເປັນສູນລວມຈິດໃຈຂອງປະຊາຊົນ. ທີມຊ່ວງເຮືອມາຈາກຫຼາກຫຼາຍບ້ານ, ຫຼາກຫຼາຍຫົວໜ່ວຍກຳລັງ ແລະ ອົງກອນຕ່າງໆ ເຊິ່ງຊ່ວຍສ້າງຄວາມສາມັກຄີ, ຄວາມມ່ວນຊື່ນ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນໃນສັງຄົມ. ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ ໂດຍສະເພາະຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ, ຊ່ວຍກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ໂຄສະນາວັດທະນະທຳລາວສູ່ສາຍຕາຊາວໂລກອີກດ້ວຍ. ບຸນຊ່ວງເຮືອຈຶ່ງບໍ່ພຽງແຕ່ເປັນການແຂ່ງຂັນກິລາທາງນ້ຳເພື່ອຄວາມມ່ວນຊື່ນເທົ່ານັ້ນ, ແຕ່ຍັງເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງທາງດ້ານວັດທະນະທຳ, ຈິດວິນຍານ ແລະ ຄວາມຜູກພັນຂອງຄົນລາວກັບສາຍນ້ຳມາແຕ່ອາດີດຈົນເຖິງປັດຈຸບັນ.
ໃນນັ້ນ, ງານບຸນຊ່ວງເຮືອປະເພນີຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປະຈຳປີ 2026 ແມ່ນໃກ້ໆຈະຈັດຂື້ນໃນລະຫວ່າງວັນທີ່ 17-18 ຕຸລາ 2026 ນີ້. ມີເຮືອສະໝັກແລ້ວ 41 ລຳ ລວມມີ 4 ປະເພດຄື: ເຮືອປະເພນີມີ ເຮືອຊ່ວງນາງສາວຍອດຄຳ ອີຊູຊູລາວບໍລິການ ILS-ຈຳປາເຮືອຊ່ວງ ບ້ານຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ), ເຮືອຊ່ວງອີ່ຫົງແມ່ຍ່າ ບ້ານສີໄຄ ເມືອງສີໂຄດຕະບອງ ນວ, ເຮືອຊ່ວງເຈົ້າແມ່ສັງທອງ ບ້ານສຳພັນນາ ເມືອງສັງທອງ ນວ, ເຮືອຊ່ວງນາງຄຳຜ່ານ ບ້ານແສນດິນ ເມືອງນາຊາຍທອງ ນວ, ເຮືອຊ່ວງເພັດມີໄຊ-ຕາວັນໃຕ້ຟ້າ ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ, ເຮືອຊ່ວງນ້ອຍອິນທິລິດ ບ້ານທາດຫຼວງ ເມືອງໄຊເສດຖາ ນວ, ເຮືອຊ່ວງເທບແສງມະນີ ບ້ານທ່າແຂກ ເມືອງຫາດຊາຍຟອງ ນວ, ເຮືອຊ່ວງນາງຫົງຄຳ ບ້ານຫາດກ້ຽງ ເມືອງໄຊທານີ ນວ, ເຮືອຊ່ວງເຕ່ບ້ານສວນ888 ບ້ານຫ້ອມ ເມືອງຫາດຊາຍຟອງ ນວ. ມີລາຍຊື່ເຮືອສາມາດປ່ຽນແປງ ແລະ ເພີ່ມຕື່ມໄດ້ ເຮືອສູດຄື: ເຮືອຊ່ວງທິດາສຸດໃຈ-ຊຸບເປີ VIP ເມືອງວັງວຽງ ແຂວງວຽງຈັນ, ເຮືອຊ່ວງນາງສາວຫຼາວຄຳ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນວ, ເຮືອຊ່ວງນາງສາວບຸນເລີດ-ສອງອ້າຍນ້ອງຟາຣ໌ມ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນວ, ເຮືອຊ່ວງນະຄອນນາວາ3B-1 ບ້ານທ່ານາ ເມືອງຫາດຊາຍຟອງ ນວ, ເຮືອຊ່ວງນະຄອນນາວາ3B-2 ບ້ານທ່ານາ ເມືອງຫາດຊາຍຟອງ ນວ, ເຮືອຊ່ວງຮ້ານອາຫານເພັດນ້ຳຟ້າ-ໂຮງງານນ້ຳດື່ມປາລະມີ ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ, ເຮືອຊ່ວງແຟມິິລີ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ
ເຮືອກິລາ 12 ສີພາຍ (ຊາຍ)ມີ: ໂຮງຮຽນນານາຊາດວຽງຈັນ VIS, ພອນປະກາສິດ ບ.ໂຄກຊາຍ ມ.ຫາດຊາຍຟອງ ນວ, ນ້ອງອໍຣ໌ກ້າ ບ.ຊາຍຟອງເໜືອ ມ.ຫາດຊາຍຟອງ ນວ, ແຟມິລີ ບ.ເກີນ ມ.ທຸລະຄົມ ຂ.ວຽງຈັນ, ຈຳປາເຮືອຊ່ວງ1 ບ.ໜອງປາໄນ ມ. ສີໂຄດຕະບອງ ນວ, ຈາກາຕ້າ ບ.ປາກກະຍຸງ ມ.ວຽງຄຳ ຂ.ວຽງຈັນ, ສອງອ້າຍນ້ອງ ມ.ປາກຊັນ ຂ.ບໍລິຄຳໄຊ, ເຕ່ບ້ານສວນ888-1 ບ.ໄຊສະຖານ ມ.ສີສັດຕະນາກ ນວ, ເຕ່ບ້ານສວນ888-2 ບ.ໄຊສະຖານ ມ.ສີສັດຕະນາກ ນວ, ຮ້ານອາຫານເພັດນ້ຳຟ້າ-ໂຮງງານນ້ຳດື່ມປາລະມີ ບ.ລິ່ງຊັນ ມ.ທຸລະຄົມ ນວ, ເພັດມີໄຊ ບ.ໂຄກຊາຍ ມ.ຫາດຊາຍຟອງ ນວ, ພອນສະຫວັນ-ພອນເພັດທິດາ ບ.ໜອງແປນໃຕ້ ມ.ຫາດຊາຍຟອງ ນວ, ພອນສະຫວັນ-ພອນເພັດທິດາ ບ.ໜອງແປນໃຕ້ ມ.ຫາດຊາຍຟອງ ນວ, ບໍລິສັດ BCT ກໍ່ສ້າງ-ຂົວທາງ ຣາຊະສີແກ້ງປາຢ້າງ, ເທບພະບຸດທ່ານາ ບ.ທ່ານາ ມ.ຫາດຊາຍຟອງ ນວ, ຮຽງມີໄຊໂຕໂນ້ສັ່ງລຸຍ ບ.ຫາດສວນ ມ.ທຸລະຄົມ ຂ.ວຽງຈັນ, ເທບນາຄາກຳໄລເພັດ ບ.ບຶງຂາມ ມ.ສາລະວັນ ຂ.ສາລະວັນ, ທິດາສຸດໃຈ ມ.ວັງວຽງ ຂ.ວຽງຈັນ, ພອນສະຫວັນຂົນສົ່ງ ບ.ຫົວຂົວ ມ.ໄຊເສດຖາ ນວ, ເທບທິດາປາຍອນ-ຍອດບໍລິການ ບ.ຈອມແຈ້ງ ມ.ສີສັດຕະນາກ ນວ, ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດຜູ້ດຽວ, ລາວຊຸບເປີ VIP, ສີໄສສຸດຫຼໍ່ ບ.ນາທາມ ມ.ຫາດຊາຍຟອງ ນວ, ເຈົ້າແມ່ອໍຣະໄທ ບ.ນາທາມ ມ.ຫາດຊາຍຟອງ ນວ, ນາງຫົງຄຳ ບ.ແສນດິນ ມ.ນາຊາຍທອງ ນວ, ຈຳປາເຮືອຊ່ວງ2 ບ.ໜອງປາໄນ ມ.ສີໂຄດຕະບອງ ນວ, ບີເຄ-ລັດຕະນະພັນ ບ.ຖິ່ນເພຍ ມ.ຫາດຊາຍຟອງ ນວ.
ຍັງມີເຮືອກິລາ 12 ສີພາຍ (ຍິງ) ມີຄື: ທິດາສຸດໃຈ1 ມ.ວັງວຽງ ຂ.ວຽງຈັນ, ທິດາສຸດໃຈ2 ມ.ວັງວຽງ ຂ.ວຽງຈັນ, ເທບນາຄາບ.ບຶງຂາມ ມ.ສາລະວັນ ຂ.ສາລະວັນ, ເທບກຳໄລເພັດ ບ.ບຶງຂາມ ມ.ສາລະວັນ ຂ.ສາລະວັນ, ຈຳປາ
ເຮືອຊ່ວງ ບ.ໜອງປາໄນ ມ.ສີໂຄດຕະບອງ ນວ, ບໍລິສັດ ອີຊູຊູລາວ ບໍລິການ, ສອງອ້າຍນ້ອງ1 ມ.ປາກຊັນ ຂ.ບໍລິຄຳໄຊ, ສອງອ້າຍນ້ອງ 2 ມ.ປາກຊັນ ຂ.ບໍລິຄຳໄຊ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















