ຫົວໜ້າການເມືອງ ກອງພັນໃຫຍ່ 619 ໂອ້ລົມພະນັກງານ-ນັກຮົບ
ເວລາອອກຂ່າວ: 2026-10-12 09:15:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2026 ນີ້, ສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619 ໄດ້ໂອ້ລົມພະນັກງານ-ນັກຮົບ ທີ່ຮຽນຈົບມາໃໝ່ ທັງພາຍໃນ ແລະ ຕ່າງປະເທດ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ລອນທອງ ສິງລືໄຊ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ຂອງພະນັກງານ-ນັກຮົບ ທີ່ຮຽນຈົບມາໃໝ່ ແລະ ໃຫ້ທິດຊີ້ນຳໃນຫຼາຍໆດ້ານ ເພື່ອພ້ອມກັນສຸມສະຕິປັນຍາ ທີ່ໄດ້ສຶກສາຮ່ຳຮຽນມານັ້ນ ປະກອບສ່ວນເຂົ້າໃນວຽກງານລວມຂອງກົມກອງຢ່າງມີປະສິດທິຜົນ ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສດ້ານລະບຽບແບບແຜນການດຳລົງຊີວິດ ໃຫ້ສ່ອງຄ່ອງກັບຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ວາງອອກຢ່າງເຂັ້ມແຂງ.
ໂດຍ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















