ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສສຊ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -​ ສັງຄົມແຜນງົບປະມານແຫ່ງລັດຂອງລັດຖະບານ
ເວລາອອກຂ່າວ: 2019-11-13 09:02:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ມື້ວານນີ້ເປັນມື້ທີ 3 ໂດຍການເປັນປະທານຂອງສະ ຫາຍ ນາງ ປານີ ຢາທໍ່ຕູ້ ກຳມະ ການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳເຫັນໃສ່ບົດລາຍ ງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ທິດທາງແຜນການວຽກງານຈຸດ ສຸມປະຈຳປີ 2020 ເຊັ່ນ: ທ່ານ ອາລຸນໄຊ ສູນນະລາດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ກ່າວວ່າ: ເມື່ອພິຈາລະນາ ຕາມບົດລາຍງານຂອງລັດຖະ ບານຢູ່ໃນ 3 ວຽກໃຫຍ່ນັ້ນເຫັນ ວ່າລັດຖະບານແມ່ນໄດ້ມີຄວາມ ເອົາໃຈໃສ່ລົງເລີກແກ້ໄຂບັນຫາ ລວມທັງການສ້າງນິຕິກຳໃໝ່ ແລະ ມີຫຼາຍບັນຫາທີ່ພັກ ແລະ ລັດຖະບານໄດ້ເອົາໃຈໃສ່. ຜ່ານ ຜ່າແຕ່ຍັງມີບາງບັນຫາທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມໂດຍສະ ເພາະແມ່ນດ້ານຈິນຕະນາການ ໃນການເຮັດວຽກຂອງພະນັກ ງານຍັງຂາດຄວາມຮັບຜິດຊອບ ຄ່ານິຍົມໃນການບໍລິໂພກຂ່າວ ສານແມ່ນຂາດການພິຈາລະນາ, ການນຳໃຊ້ເຄື່ອງອຸປະໂພກ-ບໍ ລິໂພກຕ່າງໆ ແມ່ນບໍ່ຢາກ ໃຊ້ຂອງຕົນເອງຜະລິດ, ການ ວາງແຜນບໍ່ວ່າຈະເປັນການ ວາງແຜນການພັດທະນາເສດ ຖະກິດ, ແຜນການເງິນ, ແຜນ ວຽກຍັງບໍ່ທັນແທດເຖິງກັບ ຄວາມຕ້ອງການ ໂດຍສະເພາະ ແມ່ນການພັດທະນາຂົງເຂດ ຕ່າງໆ, ຄຸນນະພາບຂອງບຸກຄະ ລາກອນນັບແຕ່ການວາງແຜນ,​ການນຳໃຊ້ບຸກຄະລາກອນບໍ່ໄປ ຕາມແຜນ. ທີ່ເຮົາຄາດໝາຍໄວ້ ເຮັດໃຫ້ບໍ່ມີຄວາມສອດຄ່ອງກັບ ຕະຫຼາດແຮງງານ. ສະນັ້ນການ ວາງນະໂຍບາຍເປັນຈຸດສຳຄັນ, ກົນໄກຂັ້ນຕອນໃນແຕ່ລະຂະ ແໜງການໃນການປະຕິບັດກົດ ລະບຽບຍັງບໍ່ທັນສອດຄ່ອງ ແລະ ຢາກໃຫ້ທົບທວນຄືນການ ຈັດຕັ້ງປະຕິບັດມະຕິເລກທີ 100 ແລະ 101 ຂອງສະພາແຫ່ງຊາດ ເຊິ່ງໄດ້ກຳນົດແຈ້ງກັບມາດຕະ ການທາງດ້ານລາຍຮັບ-ລາຍ ຈ່າຍ, ຕ້ອງໄດ້ສັງລວມໂຕເລກ ໃຫ້ຊັດເຈນ, ຄວາມຮັບຜິດຊອບ ຂອງແຕ່ລະຂະແໜງການ, ນັບ ແຕ່ຂົງເຂດວັດທະນະທຳ-ສັງ ຄົມ, ເສດຖະກິດ, ແຕ່ການຈັດຕັ້ງ ປະຕິບັດຕົວຈິງແມ່ນຍັງບໍ່ໄດ້ນຳ ມາສະແດງອອກຢູ່ບົດລາຍງານ ໂຕນີ້. ຢາກໃຫ້ລາຍງານແຈ້ງ ຕື່ມ, ການແກ້ໄຂຄວາມທຸກຍາກ ຂົງເຂດວັດທະນະທຳ-ສັງຄົມ ທີ່ຕິດພັນກັບບັນດາຄາດໝາຍ ໂດຍສະເພາະເຂດຈຸດສຸມຂອງ ລັດຖະບານ 20 ຈຸດສຸມ ແລະ 71 ຈຸດສຸມຂອງທ້ອງຖິ່ນຕ້ອງ ທົບທວນຄືນ, ແລ້ວຊີ້ແຈງໃຫ້ ລະອຽດໃນບົດລາຍງານ. ນອກຈາກນີ້, ບັນດາ ສສຊຈາກ ເຂດເລືອກຕັ້ງທີ 18 ແຂວງໄຊ ສົມບູນ ແລະ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ກໍໄດ້ປະ ກອບຄຳເຫັນໃສ່ບົດລາຍງານດັ່ງ ກ່າວ, ດ້ານປະຕິບັດໂຄງການຍັງ ບໍ່ທັນມີແຜນງານລະອຽດ, ການ ຄຸ້ມຄອງການລົງທຶນ, ການຄັດ ຈ້ອນບູລິມະສິດ, ການລົງທຶນ, ການເກັບລາຍຮັບຕິດພັນກັບການ ຄຸ້ມຄອງເພື່ອຫຼີກລ້ຽງການຮົ່ວ ໄຫຼ, ການປະສານງານກັນລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ມີບາງອັນທີ່ບໍ່ສອດຄ່ອງເມື່ອເກີດ ບັນຫາກໍຖິ້ມໃສ່ກັນໂດຍຂາດ ຄວາມຮັບຜິດຊອບ ແລະ ບັນຫາ ອື່ນໆອີກຈຳນວນໜຶ່ງ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ