ໂຮງຮຽນທະຫານຊາຍແດນ 712 ປາຖະກະຖາ ວັນຄູແຫ່ງຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-12 09:10:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ປາຖະກະຖາວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະອຳນວຍການ, ພະແນກການ, ກອງພັນ, ພະນັກ ງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຫົວໜ້າພະແນກອົບຮົມໂຮງຮຽນທະຫານຊາຍແດນ 712 ໄດ້ເລົ່າຄືນມູນເຊື້ອວັນຄູແຫ່ງຊາດ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ຄວາມໝາຍ ແລະ ຄວາມສຳຄັນຂອງວັນຄູແຫ່ງຊາດ. ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊິ່ງສາມາດຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດລາວ ມີຈຸດປະສົງເພື່ອໃຫ້ທຸກຄົນໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ຄູ-ອາຈານ ທັງເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູ ທີ່ມີຕໍ່ປະເທດຊາດ. ວັນຄູແຫ່ງຊາດ ເປັນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວ ເພື່ອເຮັດໃຫ້ ຄວາມກະຕັນຍູຮູ້ບຸນຄຸນຕໍ່ ຄູ-ອາ ຈານ ໃນທົ່ວສັງຄົມໄດ້ກາຍມາເປັນພຶດຕິກຳຕົວຈິງ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ຂອງທຸກໆ ປີ ເປັນວັນຄູແຫ່ງຊາດລາວ.
ໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍຄູສອນດີ-ສອນເກັ່ງ ຈຳນວນ 10 ສະຫາຍ. ຈາກນັ້ນ, ຕາງໜ້ານັກສຶກສາ ໄດ້ອ່ານສານອວຍພອນວັນຄູ ແລະ ມອບ ຂອງຂວັນໃຫ້ແກ່ ຄູ-ອາຈານ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















