ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ໜ່ວຍ​ຊາວ​ໜຸ່ມ ສູນ 14
ເວລາອອກຂ່າວ: 2026-10-12 09:06:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ວັນ​ທີ 1 ຕຸລາ 2026 ນີ້, ໜ່ວຍ​ຊາວ​ໜຸ່ມ ສູນ 14 ໄດ້ເປີດ​ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ໂດຍ​ການເປັນ​ປະທານຂອງ ສະຫາຍ ພັນ​ໂທ ສົມ​ຈິດ ຄູນນະວົງ ຫົວ ໜ້າ​ພະ​ແນກ​ຊາວ​ໜຸ່ມຫ້ອງ​ການ ເມືອງກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ໜ່ວຍ​ຊາວ​ໜຸ່ມ ຕະຫຼອດ​ຮອດ​ສະມາຊິກ​ຊາວ​ໜຸ່ມ ແລະ ແຂກ​ຖືກ​ເຊີນ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງດີ ໄຊບຸນເຮືອງ ເລຂາ​ໜ່ວຍ​ຊາວ​ໜຸ່ມ​ສູນ 14 ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ນຳພາ ແລະ ການຈັດ ຕັ້ງ​ໜ້າທີ່​ການເມືອງ 5 ປີ ຜ່ານ​ມາ ຄະນະ​ໜ່ວຍ​ຊາວ​ໜຸ່ມ ສູນ 14 ໄດ້​ສົມທົບ​ແໜ້ນ​ກັບ​ການຈັດຕັ້ງ​ຂັ້ນ​ເທິງ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດເປັນ​ໄມ້​ຫຼາ​ວັດແທກ ເອົາ​ປະ ລິມານ ແລະ ຄຸນ​ນະ​ພາບຂອງ​ແຕ່​ລະ​ຂະ​ບວນ​ການ​ເປັນ​ບັນຫາ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ເຊິ່ງ​ຍາມ​ໃດ​ຊາວ​ໜຸ່ມ​ກໍເປັນ​ກຳລັງ​ແຮງ ຫຼັກ​ແຫຼ່ງ​ໃນ​ຂົງເຂດ​ວຽກ​ງານ​ຂອງ​ກົມ​ກອງ, ເອົາໃຈໃສ່​ປະຕິບັດ​ລະ ບອບ​ດຳເນີນ​ຊີວິດ​ການເມືອງ​ຂັ້ນ​ຈຸ, ໜ່ວຍ ແລະ ສ່ອງ​ແສງ​ລາຍ​ງານ​ເປັນ​ປົກກະຕິ​ໃຫ້​ຂັ້ນ​ເທິງ​ໃນ​ແຕ່​ລະ​ເດືອນ ເອົາ​ວຽກ​ງານ​ການເມືອງ​ແນວ​ຄິດ ເປັນ​ປັດ​ໄຈ​ພື້ນຖານ​ທີ່​ສຳຄັນ ເປັນ​ປາຍ​ ແຫຼມ​ທີ່​ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ວຽກ​ງານ, ໜ້າທີ່​ວິຊາ​ສະເພາະ​ຂອງ​ກົມ​ກອງ ເປັນຕົ້ນ​ແມ່ນນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ-ກົດໝາຍ​ຂອງ​ລັດ ມະຕິຄຳ​ສັ່ງ, ເອກະສານ​ມູນເຊື້ອ​ຕ່າງໆ ນຳ​ມາ​ເຜີຍແຜ່​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ເຂົ້າໃຈ​ຢ່າງ​ເລີກ​ເຊິ່ງ, ດ້ານ​ການຈັດຕັ້ງ ຄະນະ​ໜ່ວຍ​ຊາວ​ໜຸ່ມ​ປະກອບ​ມີ 1 ໜ່ວຍ, ແບ່ງ​ອອກ​ເປັນ 5 ຈຸ, ມີ​ຄະນະ​ໜ່ວຍ 5 ສະຫາຍ, ມີ​ສະ​ມາ​ຊິກ​ຊາວ​ໜຸ່ມ​ທັງ​ໝົດ 58 ສະຫາຍ, ດ້ານ​ຄຸນ​ນະ​ພາບ ສະມາຊິກ​ນຳ​ໜ້າ​ຊາວ​ໜຸ່ມ 4 ບຸກ 24 ສະຫາຍ ເທົ່າ​ກັບ 41,37%, ສະມາຊິກ​ຊາວ​ໜຸ່ມ​ແຂງ 26 ສະຫາຍ ເທົ່າ​ກັບ 44,82%, ສະມາຊິກ​ຊາວ​ໜຸ່ມ​ກາງ 4 ສະຫາຍ, ເທົ່າ​ກັບ 6,89%, ບໍ່​ໄດ້​ຄັດ​ເລືອກ 2 ສະຫາຍ ເທົ່າ​ກັບ 3,44%, ໄດ້​ ຂະຫຍາຍ​ມະຫາຊົນ​ຜູ້​ດີເດັ່ນ​ກ້າວ ໜ້າ​ເຂົ້າ​ພັກ​ໄດ້ 10 ສະຫາຍ, ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໂດຍ​ປະຕິບັດ​ຕາມ​ທິດ​ນຳເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ກໍຄື​ ການ​ປະຕິບັດ​ວຽກ​ງານ 4 ປູກ 4 ລ້ຽງ ໄດ້​ເອົາໃຈ ໃສ່​ດ້ວຍ​ການ​ປູກ-ການ​ລ້ຽງ​ຕາມ​ລະດູ​ການ​ເພື່ອ​ຕອບ​ສະໜອງ​ພືດ​ຜັກ ແລະ ຊີ້ນ​ເຂົ້າ​ເຮືອນຄົວ​ລວມ​ໝູ່ ພົ້ນ​ເດັ່ນ​ແມ່ນ​ການ​ລ້ຽງ​ກົບ, ປາດຸກ​ພັນ, ປາ​ນິນ 5.850 ໂຕ, ຂາຍ​ເປັນ​ເງິນ 5.980.000 ກີບ, ລ້ຽງສັດ​ປີກ (ເປັດ-ໄກ່) 273 ໂຕ ຂາຍ​ເປັນ​ເງິນ 8.980.000 ກີບ, ໃນ​ນັ້ນ​ປູກ​ພືດ​ລົ້ມ​ລຸກ​ຊະນິດ​ຕ່າງໆ 1.142 ກິ​ໂລກ​ຣາມ ເປັນ​ເງິນ 10.300.000 ກີບ, ຊື້ ໝູ​ມາ​ຂ້າ​ຂາຍ 2 ໂຕ ກຳໄລ 1.500.000 ກີບ, ນອກ​ນັ້ນ​ຄະນະ​ໜ່ວຍ​ຊາວໜຸ່ມ​ຍັງ​ສຸມ​ໃສ່​ສ້າງ​ແຫຼ່ງ​ລາຍ​ຮັບ​ເພີ່ມ​ເພື່ອ​ເປັນ​ທຶນຮອນ​ເຂົ້າ​ຄັງ​ລວມ ປັດຈຸບັນ​ໜ່ວຍ​ຊາວ​ໜຸ່ມ​ໄດ້​ມີ​ເງິນ​ຄັງ​ຂອງ​ໜ່ວຍ​ທັງ​ໝົດ 32.514.000 ກີບ. ຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊາວ​ໜຸ່ມ​ຊຸດ​ໃໝ່​ໄດ້​ຕາມ​ເປົ້າ​ໝາຍ. ໂດຍ: ພຸດ​ທະ​ວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ