ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຮອງຫົວໜ້າກົມເສນາຮັກ ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-10-09 15:10:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:



ວັນທີ 8 ຕຸລາ 2026 ນີ້, ສະຫາຍ ພັນເອກ ເຄນທອງ ພັດທະນະຄຳ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານຊາຍແດນ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະຫ້ອງພະລາທິການ, ຫ້ອງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການເຄື່ອນໄຫວເຮັດວຽກ ຢູ່ກອງບັນຊາການທະຫານຊາຍແດນ ໃນຄັ້ງນີ້, ເພື່ອກວດກາຄືນຄວາມເປັນລະບຽບຮຽບຮ້ອຍຕາມສະຖານທີ່ໂຮງໝໍ ຂອງກອງບັນຊາການທະຫານຊາຍແດນ ໃນການກະກຽມ ຄວາມພ້ອມທີ່ຈະເປີດນຳໃຊ້. ພ້ອມນັ້ນ, ສະຫາຍ ຮ້ອຍເອກ ດຣ ນາງ ພອນນາລີ ທະນາວັນ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການ ກອງບັນຊາການທະຫານຊາຍແດນ ໄດ້ສະເໜີໃຫ້ຄະນະກົມເສນາຮັກ ຊ່ວຍປະກອບສ່ວນທາງບຸກຄະລາກອນການແພດ ໃຫ້ແກ່ທາງໂຮງໝໍ ຕາມໂຄງຮ່າງບຸກຄະລາກອນ ແລະ ອຸປະກອນການແພດຕ່າງໆ ທີ່ຈຳເປັນຕ້ອງໃຊ້ໂຕຈິງ ຢູ່ໃນໂຮງໝໍ ເຊັ່ນ: ເຄື່ອງເອໂກ, ເຄື່ອງວິເຄາະ ແລະ ເຄື່ອງແທກຄື້ນໄຟຟ້າຫົວໃຈ ເປັນຕົ້ນ. ຈາກນັ້ນ, ຄະນະທັງສອງຝ່າຍ ໄດ້ມີຄຳເຫັນແລກປ່ຽນ, ປຶກສາຫາລື ແລະ ຢ້ຽມຊົມສະຖານທີ່ໂຮງໝໍ ຂອງກອງບັນຊາການທະຫານຊາຍແດນ ຕື່ມອີກ. ໂດຍ: ອານຸພອນ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ