ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ສສ ຫວຽດນາມ ຢ້ຽມຢາມ ກອງບັນຊາການທະຫານແຂວງຈໍາປາສັກ ສປປ ລາວ
ເວລາອອກຂ່າວ: 2026-10-09 11:59:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 739 | ຄວາມນິຍົມ:



ວັນທີ 7 ຕຸລາ 2026 ນີ້, ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງ໋ຽນ ຊວນ ເຊິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງຢາລາຍ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານແຂວງຈໍາປາສັກ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ພ້ອມດ້ວຍຄະນະ. ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກ່າວສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ພ້ອມທັງ, ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງຈໍາປາສັກ ກັບ ກອງບັນຊາການທະຫານແຂວງຢາລາຍ ໃຫ້ນັບມື້ດີຂຶ້ນເລື້ອຍໆ ແລະ ພ້ອມກັນປົກປັກຮັກສາສາຍພົວພັນດັ່ງກ່າວ ໃຫ້ຍືນຍົງຕະຫຼອດໄປ. ໂອກາດນີ້, ສະຫາຍ ພັນເອກ ຫງ໋ຽນ ຊວນ ເຊິນ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຈໍາປາສັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ເຕັມໄປດ້ວຍຄວາມສາມັກຄີຮັກແພງ ແລະ ມິດຕະພາບອ້າຍນ້ອງ ພ້ອມທັງ, ຝາກຄວາມຢ້ຽມຢາມຖາມຂ່າວ ໄປຍັງການນໍາ ແລະ ພະນັກງານ-ນັກຮົບ ທົ່ວກຳລັງປະກອບອາວຸດແຂວງຈໍາປາສັກ ທຸກຖ້ວນໜ້າ ແລະ ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນທຸກໜ້າທີ່ວຽກງານທີ່ພັກ, ລັດ ແລະ ປະຊາຊົນ ມອບໃຫ້. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກ ມອບ-ຮັບ ທຶນຊ່ວຍເຫຼືອກໍ່ສ້າງໂຄງການມິດຕະພາບ ຈາກກອງບັນຊາການທະຫານແຂວງຢາລາຍ ກອງທັບປະຊາຊົນຫວຽດນາມ ເປັນເງິນ 1,8 ຕື້ດົ້ງ. ໂດຍ: ນາງສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ