ກອງປະຊຸມ ຜ່ານຮ່າງຂໍ້ກຳນົດ, ກົດລະບຽບລວມ ຂອງກອງພົນທີ 5
ເວລາອອກຂ່າວ: 2026-10-09 11:55:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 670 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026 ນີ້, ກອງພົນທີ 5 ໄດ້ເປິດກອງປະຊຸມ ຜ່ານຮ່າງຂໍ້ກໍານົດ, ກົດລະບຽບລວມ ຂອງກອງພົນທີ 5 (ສະບັບປັບປຸງ), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ຫ້ອງ, ກອງພັນໃຫຍ່, ສູນເຝິກອົບຮົມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ຮ່າງຂໍ້ກຳນົດ, ກົດລະບຽບລວມ ຂອງກອງພົນທີ 5 (ສະບັບປັບປຸງ) ເຊິ່ງປະກອບມີ VIII ພາກ, 152 ມາດຕາ ເພື່ອແນໃສ່ເຮັດໃຫ້ຂໍ້ກຳນົດສະບັບດັ່ງກ່າວ ມີຄວາມເປັນເອກະພາບໃນການກຳນົດ ລະບຽບການ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ການຄຸ້ມຄອງ, ການປົກປັກຮັກສາ ແລະ ການນຳໃຊ້ ວັດຖຸ,ພາຫານະ, ອາວຸດ-ກະສຸນ, ນະໂຍບາຍ, ຂໍ້ຫ້າມ ແລະ ມາດຕະການລົງວິໄນ ຕໍ່ນາຍ ແລະ ພົນທະຫານຜູ້ທີ່ລະເມິດ ເພື່ອຮັບປະກັນໃນການກໍ່ສ້າງ, ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາການເຄື່ອນໄຫວວຽກງານ ຂອງນາຍ ແລະ ພົນທະຫານ ໃນທົ່ວກອງພົນທີ 5 ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















