ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ເມ​​ສ​ຊີ ປິດ​ສາກ​ທີມ​ຊາດ​ຢ່າງ​ສວຍ​ງາມ​ຍິງ 1 ຈ່າຍ 1 ສົ່ງ​ທ້າຍ​ພາ​ທີມ "ຟ້າ-ຂາວ" ຊະນະ​ເບ​ນິນ 3-0 ບານ​ອຸ່ນ​ເຄື່ອງ
ເວລາອອກຂ່າວ: 2026-10-09 09:33:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ລິ​ໂອ​ເນ​​ລ ເມ​​ສ​ຊີ ຝາກ​ຜົນງານ​ທ້າຍ​ເສັ້ນທາງ​ທີມ​ຊາດ​ອາ​ເຈນ​ຕິ​ນາ​ຢ່າງ​ຍິ່ງ​ໃຫຍ່ ດ້ວຍ​ການ​ຍິງ 1 ແລະ ຈ່າຍ​ອີກ 1 ປະຕູ ໃນ​ເກມ​ສົ່ງ​ທ້າຍ​ທີ່​ເປີດ​ບ້ານ​ເອົາ​ຊະນະ ເບ​ນິນ 3-0 ຢ່າງ​ງາມ ໃນ​ນັດ​ອຸ່ນ​ເຄື່ອງ ໃນ​ເຊົ້າ​ວັນ​ທີ 7 ຕຸລາ 2026 ນີ້. ໂດຍ​ໃນ​ເກມ​ອຳ​ລາ​ສະໜາມ​ລະດັບ​ຊາດ​ຄັ້ງ​ນີ້, ກັບຕັນ​ທີມ​ໄວ 39 ປີ ໄດ້​ສ້າງ​ໄລຍະ​ເວລາ​ທີ່​ໜ້າ​ຈົດ​ຈຳ​ໃຫ້​ກັບ​ແຟນ​ບານ​ທົ່ວ​ໂລກ ພ້ອມ​ທັງ​ຍອດ​ສະຖິຕິ​ລວມ​ຕະ ຫຼອດ​ການ​ຮັບ​ໃຊ້​ຊາດ​ທີ່​ຍັງ​ຄົງ​ຄວາມ​ເປັນ​ຕຳນານ ລົງ​ຫຼິ້ນ​ທັງ​ໝົດ 208 ນັດ, ຍິງ​ໄປ 126 ປະຕູ, 69 ແອ​​ສ​ຊິດ, ຄວ້າ​ແຊັມ​ບານ​ໂລກ 1 ສະໄໝ, ແຊັມ​ໂກ​ປາ ອາ​ເມ​ຮິ​ກາ 2 ສະໄໝ ແລະ ແຊັມ ຟິ​ນາ​ລິ​​ສ​ຊິ​ມາ 1 ສະໄໝ. ຖື​ວ່າ​ເປັນ​ການ​ອຳ​ລາ​ເສັ້ນທາງ​ກັບ​ທີມ​ຊາດ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຳເລັດ ແລະ ຄວາມ​ປະ​ທັບ​ໃຈ​ສົມ​ກັບ​ເປັນ​ນັກ​ເຕະ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ຢ່າງ​ແທ້​ຈິງ!.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ