ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ໂຮງໝໍ​ບໍລິເວນ 107 ກອງທັບ ສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-09 09:20:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026), ໂຮງໝໍ​ບໍລິເວນ 107 ກອງທັບ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄພ​ວັນ ຈັນທະ​ສຸກ ຮອງ​ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ບໍລິເວນ 107 ກອງທັບ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ ພະ​ແນກ, ຂະແໜງການ, ກອງຮ້ອຍ​ນັກ​ສຶກ​ສາ, ຄູ-ອາຈານ ຕະຫຼອດ​ຮອດ ນັກ​ສຶກ​ສາ​ສ້າງ​ແພດ​ຊັ້ນ​ກາງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມີ ສີ​ຫາ​ລາດ ຫົວໜ້າ​ພະ​ແນກ​ບໍລິຫານ​ການ​ແພດ​ໂຮງໝໍ​ບໍລິເວນ 107 ກອງ ທັບ ໄດ້​ເລົ່າ​ຫວນ​ຄືນ​ມູນເຊື້ອ​ປະ ຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ຄູ​ແຫ່ງ​ຊາດ (ນາຍຄູ​ຄຳ), ນັບ​ແຕ່​ຊຸມ ​ປີ 1905 ໂດຍ​ແມ່ນ​ ທ້າວ ​ຄຳ ທີ່​ໄດ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ຄູ​ຄົນ​ທຳ​ອິດ​ຂອງ​ລາວ, ຕະຫຼອດ​ຊີວິດ​ຂອງ​ນາຍຄູ​ຄຳ​ນອກຈາກ​ເຮັດ​ໜ້າທີ່​ການ​ສິດສອນ, ນາຍຄູ​ຄຳ​ຍັງ​ເປັນ​ຜູ້​ທີ່​ມີ​ນ້ຳໃຈ​ຮັກ​ຊາດ, ດຸ ໝັ່ນ​ຂະຫຍັນ​ພຽນ, ອຸທິດ​ສະຕິ​ປັນຍາ, ເລືອດ​ເນື້ອ, ເຫື່ອແຮງ​ຂອງ​ຕົນ​ເພື່ອ​ພາລະກິດ​ການ​ສຶກ​ສາ ແລະ ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ນຳພາ​ປະຊາຊົນ​ລຸກຂຶ້ນ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ແບບ​ໃໝ່ ເປັນ​ເວລາ​ຍາວ​ນານ​ຢ່າງ​ລະ​ອິດ​ລະ​ອ້ຽວຈົນ​ໄດ້​ຮັບ​ໄຊຊະນະ​ໃນ​ແຕ່​ລະ​ໄລຍະ​ຢ່າງ​ສະຫງ່າ​ຜ່າເຜີຍ ເພື່ອ​ເຮັດ​ໃຫ້​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ຄູ-ອາຈານ​ໃນ​ສັງຄົມ​ໄດ້​ກາຍເປັນ​ພຶດຕິ​ກຳ​ຕົວ​ຈິງ, ລັດຖະບານ​ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 7 ຕຸລາ ຂອງ​ທຸກໆ​ປີ ເປັນ​ວັນ​ຄູ​ແຫ່ງ​ຊາດ, ການຈັດຕັ້ງ​ໃຫ້​ມີ​ວັນ​ຄູ​ແຫ່ງ​ຊາດ ແມ່ນ​ເປັນ​ການ​ເຊີດ​ຊູ​ກຽດ​ສັກ​ສີ, ຖານະ​ບົດບາດ​ຂອງ​ຄູ-ອາຈານ​ໃນ​ສັງຄົມ ແລະ​ ຄຸນງາມຄວາມດີ ຂອງ​ຄູ​ທີ່​ມີ​ຕໍ່​ປະເທດ​ຊາດ, ວັນ​ຄູ​ແຫ່ງ​ຊາດ​ເປັນ​ວັນ​ໜຶ່ງ​ທີ່​ສຳຄັນ​ໃນ​ປະຫວັດສາດ​ຂອງ​ຊາດ​ລາວ​ເພາະວ່າ ຄູ​ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນ​ເຂົ້າ​ໃນວຽກງານ​ການ​ ສຶກ​ສາ​ເທົ່າ​ນັ້ນ​ແຕ່​ຍັງ​ໄດ້​ປະ ກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້ ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ. ມາ​ຮອດ​ປັດຈຸບັນ​ການ​ສຶກ​ສາ​ແມ່ນ​ໄດ້​ຮັບ​ການ​ປັບປຸງ ແລະ ພັດທະນາ​ຂຶ້ນ​ເລື່ອຍໆ ເພື່ອ​ໃຫ້​ສອດຄ່ອງ​ກັບ​ຍຸກ​ສະໄໝ ຕິດ​ພັນ​ກັບການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ໃນ​ໄລຍະ​ໃໝ່ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນເຊື້ອ​ວັນ​ຄູ​ແຫ່ງ​ຊາດ​ເຂົ້າ​ໃນ​ການ ຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ຈຸດ​ສຸມ​ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ພັດທະນາ​ຊັບພະຍາກອນ​ມະນຸດ ເຮັດ​ໃຫ້ການ​ສຶກ​ສາ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງຮອບດ້ານ ແລະ ມີ​ຄຸນ​ນະ​ພາບ​ດີ. ຈາກ​ນັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກ​ສຶກ​ສາ ກໍ​ຍັງ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເຕະບານ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ ແລະ ມ່ວນຊື່ນ. ໂດຍ : ນາງ ສຸ​ລິ​ຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ