ປຶກສາຫາລືການລາດຕະເວນຮ່ວມກັນ ລະຫວ່າງ ໜ່ວຍປະສານງານຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳພື້ນທີ່ແຂວງຄຳມ່ວນ ກັບ ຈັງຫວັດນະຄອນພະນົມ
ເວລາອອກຂ່າວ: 2026-10-09 09:14:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026, ຢູ່ທີ່ຫ້ອງປະຊຸມຮ້ານອາຫານເວດຕ້າ ເມືອງທ່າແຂກ, ແຂວງຄຳມ່ວນໄດ້ຈັດກອງປະຊຸມປຶກສາຫາລື ການລາດຕະເວນຮ່ວມກັນສອງຝ່າຍ ( ແບບບໍ່ເປັນທາງການ ) ລະຫວ່າງ ໜ່ວຍປະສານງານຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳພື້ນທີ່ແຂວງຄຳມ່ວນ ສປປ ລາວ ກັບ ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ, ໂດຍມີ ທ່ານ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫົວໜ້າໜ່ວຍປະສານງານຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດປະຈຳຟື້ນທີ່ ແຂວງຄຳມວ່ນ ສປປ ລາວ, ທ່ານ ພັນເອກ ຄົມສັກ ພຣາວສີຣ ຮອງຜູ້ບັນຊາການ ກອງບັງຂັບການຄວບຄຸມທີ 1 ກອງກຳລັງສຸລະສັກມົນຕີ ຮອງຫົວໜ້າໜ່ວຍປະສານງານຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳພື້ນທີ່ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ ພ້ອມດ້ວຍ ຄະນະທັງສອງຝ່າຍ ເຂົ້າຮ່ວມ.
ຄະນະທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການລາດຕະເວນຮ່ວມກັນສອງຝ່າຍໃນຕໍ່ໜ້າ, ພ້ອມທັງ ລາຍງານກ່ຽວກັບການຕ້ານ ແລະ ສະກັດກັ້ນ ການຄ້າຂາຍຢາເສບຕິດ, ການລັກລອບ ເຂົ້າ-ອອກ ປະເທດທີ່ຜິດກົດໝາຍ, ການກໍ່ອາຊະຍາກຳ, ການລຸກລ້ຳເສັ້ນຊາຍແດນຂອງຜູ້ປະກອບການທຸລະກິດ, ປະກົດການຫຍໍ້ທໍ້ອື່ນໆຕາມບໍ ລິເວນຊາຍແດນໃຫ້ກັນ ແລະ ກັນ ໄດ້ຮັບຊາບ; ເພື່ອພ້ອມກັນແກ້ໄຂ ແລະ ປະສານສົມທົບກັນຢ່າງວ່ອງໄວ ໃຫ້ທັນກັບສະພາບການທີ່ເກີດຂຶ້ນ, ເພື່ອເຮັດໃຫ້ຂອບເຂດຊາຍແດນແຂວງຄຳມ່ວນ ກັບ ຈັງ ຫວັດນະຄອນພະນົມ ມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໂອກາດດຽວກັນນີ້ ຍັງໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນອີກດ້ວຍ.
ໂດຍ : ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















