ກອງພັນນັກຮຽນ ໂຮງຮຽນທະຫານຊາຍແດນ 712 ສ້າງຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2026-10-09 09:13:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026, ກອງພັນນັກຮຽນ ໂຮງຮຽນທະຫານຊາຍແດນ 712 ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອສະເຫຼີມສະ ຫຼອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສະຖິດ ວົງຄຳຈັນ ຫົວໜ້າການເມືອງກອງພັນນັກຮຽນ, ມີຄະນະພັກ-ຄະນະບັນຊາ ກອງພັນນັກຮຽນ ພ້ອມດ້ວຍ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ມຸດແດງ ສີລາວັນ ຫົວໜ້າການທະຫານກອງພັນນັກຮຽນ ໄດ້ຜ່ານແຜນການ ສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາພາຍໃນໂຮງຮຽນໃຫ້ມີຄວາມແໜ້ນແຟ້ນ ແລະ ເພື່ອເປັນການຜ່ອນຄາຍຄວາມອິດເມື່ອຍຈາກການຮຽນ-ການສອນ. ການແຂ່ງຂັນກິລາປະກອບມີ 2 ປະເພດຄື: ບານສົ່ງຊາຍ ແບ່ງເປັນ 8 ທີມ ແລະ ບານເຕະຊາຍແບ່ງເປັນ 8 ທີມ, ປະເພດລາງ ວັນ: ບານສົ່ງລາງວັນທີ 1 ໄດ້ຮັບເງິນສົດ ຈຳນວນ 400.000 ກີບ ພ້ອມຂັນລາງວັນ ແລະ ລາງວັນທີ 2 ໄດ້ຮັບເງິນສົດ 300.000 ກີບ; ສ່ວນບານເຕະ ລາງວັນທີ 1 ໄດ້ຮັບເງິນສົດ ຈຳນວນ 400.000 ກີບ ພ້ອມຂັນລາງວັນ ແລະ ລາງວັນທີ 2 ໄດ້ຮັບເງິນສົດ 300.000 ກີບ ເຊິ່ງການແຂ່ງຂັນແມ່ນເລີ່ມແຕ່ວັນທີ 5-7 ຕຸລາ 2026 ຈຶ່ງຈະສຳເລັດ.
ໂດຍ : ນາງ ອານຸພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















