ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ຄະນະ ທະຫານ​ແຂວງ​ຫຼວງ​ພະ​ບາງ ອວຍພອນ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ
ເວລາອອກຂ່າວ: 2026-10-09 09:12:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ:



ວັນ​ທີ 6 ຕຸລາ 2026, ສະຫາຍ ພັນ​ເອກ ສິງ​ທອງ ອິນ​ທະ​ວອງ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້ ເຂົ້າ​ອວຍພອນ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ແຂວງ​ຫຼວງ​ພະ​ບາງ, ເນື່ອງ​ໃນ​ໂອກາດ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຄົບ ຮອບ 32 ປີ (7ຕຸລາ 1994-7ຕຸລາ 2026), ໂດຍ​ການ​ຕ້ອນຮັບ​ ຂອງ ສະຫາຍ ​ປອ ສຸ​ລິ​ເດດ ແກ້ວ​ບົວ​ລະ​ເພັດ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ເອກ ສິງ​ທອງ ອິນ​ທະ​ວອງ ໄດ້​ຕາງໜ້າ​ໃຫ້ ຄະນະກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ມອບ​ກະຕ່າ​ດອກ​ໄມ້ພ້ອມ​ທັງ ສະແດງ​ຄວາມ​ອວຍ ພອນ​ໄຊ​ອັນ​ປະເສີດ ຕໍ່ ສະຫາຍ ​ປອ ສຸ​ລິ​ເດດ ແກ້ວ​ບົວ​ລະ​ເພັດ ພ້ອມ​ດ້ວຍ​ຄະນະ ຕະຫຼອດ​ຮອດ ພະນັກງານ​ຄູ-ອາຈານ ທົ່ວ​ແຂວງ ເນື່ອງ​ໃນ​ໂອກາດ​ວັນ​ທີ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ​ນີ້ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພະລະ​ນາ​ໄມ​ສົມບູນ, ປະສົບ​ຜົນສຳ ເລັດ​ໃນ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ສະຫງ່າ ແລະ ສົມ​ກັບ​ເປັນ​ແມ່ພິມ​ຂອງ​ຊາດ ທີ່​ໄດ້​ອຸທິດ​ເຫື່ອແຮງ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ສິດ ສອນ​ສົ່ງ​ຄວາມ​ຮູ້​ໃຫ້​ນັກຮຽນ, ນັກ​ສຶກ​ສາ ແລະ ປັນຍາ​ຊົນ ຕະ ຫຼອດ​ມາ. ສະຫາຍ ​ປອ ສຸ​ລິ​ເດດ ແກ້ວ​ບົວ​ລະ​ເພັດ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່ ສະຫາຍ ພັນ​ເອກ ສິງ​ທອງ ອິນ​ທະ​ວອງ ພ້ອມ​ດ້ວຍ​ຄະນະທີ່​ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ ເຂົ້າ​ມາ​ອວຍພອນ​ໃນ​ຄັ້ງ​ນີ້ ທີ່​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ແລະ ຫວ່າງ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ ກັບ ກອງ​ບັນຊາການ ​ທະຫານແຂວງຫຼວງ​ພະ​ບາງໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂດຍ : ລີ​ໂດ ດວງ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ