ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ພະຈິກ 2026

  

ກອງ​ພົນ​ທີ 4 ເຄົາລົບ​ທຸງຊາດ ປະຈຳ​ເດືອນ​ຕຸລາ 2026
ເວລາອອກຂ່າວ: 2026-10-09 09:09:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ວັນ​ທີ 5 ຕຸລາ 2026, ກອງ​ພົນ​ທີ 4 ໄດ້​ຈັດ​ພິທີ​ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ຕຸລາ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເຂັມ​ພອນ ມູນ​ທະ​ດີ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 4, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ, ອົງການ 5 ຫ້ອງ, ພະແນກການ, ກອງຮ້ອຍ 176 (ປ້ອງ​ກັນ​ທີ່​ຕັ້ງ), ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເຂັມ​ພອນ ມູນ​ທະ​ດີ ໄດ້​ລາຍ​ງານ​ສະພາບ​ການ ໃນ​ການຈັດຕັ້ງ​ປະຕິບັດ​ເຄື່ອນ​ໄຫວ​ວຽກ​ງານ​ໃນ 1 ເດືອນ​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ໃນ​ເດືອນ​ຕໍ່ໜ້າ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ພ້ອມ​ທັງ ຮຽກຮ້ອງ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ພ້ອມ​ກັນ ຈັດ​ຕັ້ງ​ຜັນ​ຂະ ຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ກອງ​ພົນ​ທີ 4 ວາງ​ອອກ​ຢ່າງ​ເຂັ້ມ​ງວດ; ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຕາມ​ທິດ​ທາງ​ແຜນການ ວຽກ​ງານ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ເປັນ​ປົກກະຕິ​ຕໍ່​ເນື່ອງ, ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ອົບຮົມ-ຫັດ​ແອບ ປະຈຳ​ໄຕ​ມາດ, ຖື​ສຳຄັນ​ວຽກ​ປັບປຸງ​ກໍ່ສ້າງ​ກຳລັງ, ລະບົບ​ປະຈຳການ ແລະ ການ​ປະຕິບັດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ ໃຫ້​ເຂັມ​ງວດ, ເຮັດ​ສຳເລັດ​ໜ້າທີ່​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂດຍ : ພອນ​ເທບ ຈອມ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ