ສປປ ລາວ ພ້ອມສົ່ງທັບນັກກິລາຄົນພິການ 27 ທ່ານ ເຂົ້າຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ V ທີ່ປະເທດຍີປຸ່ນ
ເວລາອອກຂ່າວ: 2026-10-08 14:09:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ: ![]()
ໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີພົບປະໂອ້ລົມຄະນະນຳ, ຄູເຝິກ ແລະ ນັກກິລາຄົນພິການທີມຊາດລາວ ກ່ອນອອກເດີນທາງເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ V ທີ່ເມືອງ ນາໂກຢາ ປະເທດຍີປຸ່ນ, ໂດຍການເປັນປະທານຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ), ພ້ອມດ້ວຍ ທ່ານ ພອນສຸກສິນ ເຕໂຊ ຕາງໜ້າຈາກບໍລິສັດ ໂດເນັກ ກຣຸບ ຕະຫຼອດຮອດຄູເຝິກ, ຜູ້ຊ່ວຍຄູເຝິກ ແລະ ນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ສີວິໄຊ ແສງດາວົງ ຫົວໜ້າພະແນກກິລາ-ກາຍຍະກຳຄົນພິການ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ຮູ້ວ່າ: ສຳລັບງານແຂ່ງຂັນກິລາເອຊຽນພາຣາເກມ ຄັ້ງທີ V ຈະຈັດຂຶ້ນໃນລະຫວ່າງວັນທີ 10-25 ຕຸລາ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ, ເຊິ່ງມີ 45 ປະເທດສະມາຊິກເຂົ້າຮ່ວມ. ສຳລັບ ສປປ ລາວ ໄດ້ສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 12 ທ່ານ ລົງຊີງໄຊໃນ 4 ປະເພດກິລາຄື: ກິລາແລ່ນ-ລານ, ກິລາລອຍນ້ຳ, ກິລາລົດຖີບ ແລະ ກິລາບານບ້ວງລໍ້ເລື່ອນ (ທີມຍິງ). ຜ່ານມາ, ທາງຄະນະນຳ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳໃນການເຂົ້າສູນເຝິກຊ້ອມເປັນເວລາ 120 ວັນ (ເລີ່ມແຕ່ວັນທີ 7 ມິຖຸນາ ເຖິງ 10 ຕຸລາ 2026), ພ້ອມທັງສົ່ງນັກກິລາໄປເກັບຕົວ ແລະ ແຂ່ງຂັນທົດສອບຢູ່ ປະເທດໄທ ເພື່ອຍົກລະດັບຄວາມສາມາດ ແລະ ຄວາມພ້ອມກ່ອນເດີນທາງຕົວຈິງ. ສຳລັບການເດີນທາງໄປເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ ແມ່ນໄດ້ແບ່ງອອກເປັນ 4 ຄະນະ ໂດຍຄະນະທີ 1 ແມ່ນຈະອອກເດີນທາງໃນວັນທີ 7 ຕຸລາ 2026 ນຳໂດຍ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ; ຄະນະທີ 2 ແມ່ນຈະອອກເດີນທາງໃນວັນທີ 10 ນຳພາໂດຍ ທ່ານ ສີວິໄຊ ແສງດາວົງ ຫົວໜ້າພະແນກກິລາ-ກາຍຍະກຳຄົນພິການ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ; ຄະນະທີ 3 ແມ່ນຈະອອກເດີນທາງໃນວັນທີ 11 ຕຸລາ 2026 ນຳພາໂດຍ ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາ; ຄະນະທີ 4 ຈະເດີນທາງໃນວັນທີ 17 ຕຸລາ 2026 ແມ່ນທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ.
ໃນພິທີອັນທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ບໍລິສັດ ໂດເນັກ ກຣຸບ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງກິລາລາຍໃຫຍ່ຈາກປະເທດຫວຽດນາມ ໄດ້ໃຫ້ການສະໜັບສະໜູນເຄື່ອງນຸ່ງ (ເສື້ອໂປໂລສີຂາວ ແລະ ຊຸດວອມສີຟ້າ) ລວມມູນຄ່າ 71.844.000 ກີບ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບໃນການເຄື່ອນໄຫວຂອງທັບນັກກິລາລາວ, ກ່າວມອບໂດຍ ທ່ານ ພອນສຸກສິນ ເຕໂຊ ຕາງໜ້າຈາກບໍລິສັດ ໂດເນັກ ກຣຸບ ແລະ ກ່າວຮັບແມ່ນ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ.
ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໜັກໃຫ້ທຸກຄົນຮັກສາສຸຂະພາບ, ມີຄວາມສາມັກຄີ, ປະຕິບັດລະ ບຽບວິໄນຢ່າງເຂັ້ມງວດ ແລະ ສູ້ຊຸດສຸດໃຈເພື່ອຍາດເອົາຜົນງານ ແລະ ຊື່ສຽງມາໃຫ້ປະເທດຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















