ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນໂທ ສຸວອນ ເລືອງບຸນມີ ລົງກວດກາການກະກຽມສະໜາມເຝິກແອບເຫຼົ່າຮົບລົດຕັງ-ຍານເກາະ
ເວລາອອກຂ່າວ: 2019-11-12 15:36:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ໃນວັນທີ 8 ພະຈິກ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍ ຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາສະໝາມເຝິກຊ້ອມຮ່ວມຂອງເຫຼົ່າຮົບລົດຕັງ-ຍານເກາະ ກອງທັບລາວ ກັບ ກອງທັບຣັດເຊຍທີ່ຈະຈັດ ຂຶ້ນໃນກາງເດືອນທັນວາ 2019 ນີ້, ໂດຍການໃຫ້ກຽດຕ້ອນຮັບ ຂອງສະຫາຍ ພັນເອກ ຄຳແພງ ຍຸທະວົງ ຄະນະຊີ້ນຳພາກສະ ໝາມ, ຮອງຫົວໜ້າກົມລົດຕັງ-ຍານເກາະພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນເອກ ຄຳແພງ ຍຸທະວົງ ໄດ້ລາຍງານ ໃຫ້ຄະນະດັ່ງກ່າວໄດ້ຮັບຊາບ ວ່າ: ມາຮອດປັດຈຸບັນນີ້ສະຖານ ທີ່ພັກຂອງທະຫານທີ່ຈະມາເຝິກຊ້ອມຮ່ວມແມ່ນສຳເລັດແລ້ວ 100%, ສ່ວນສະໝາມຫັດ ແອບແມ່ນສຳເລັດແລ້ວ 70% ຂອງບັນດາໜ້າວຽກ, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງສະຖານທີ່ເຮືອນນອນ, ເຮືອນ ຄົວລວມ, ຫ້ອງນໍ້າ, ຜາມໄຊເປີດຫັດແອບ, ເຂດເຕັກນິກ ແລະ ຫ້ອງປະຊຸມ,ສູນບັນຊາ ຈາກນັ້ນສະຫາຍກໍໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳແກ່ຄະນະຊີ້ ນຳພາກສະໝາມ, ຄະນະຮັບຜິດ ຊອບຈົ່ງສືບຕໍ່ເອົາໃຈໃສ່ປັບປຸງ ສະຖານທີ່ໃຫ້ມີຄວາມສະ ອາດ ສວຍງາມ ແລະ ເປັນເຈົ້າການ ໃນການປ້ອງກັນເວນຍາມສະ ຖານທີ່ຄ້າຍຄູໃຫ້ມີຄວາມສະ ຫງົບປອດໄພ, ມີການຈັດຕັ້ງ ແບ່ງຄວາມຮັບຜິດຊອບໃຫ້ແຕ່ ລະສະຫາຍກວດກາຕິດຕາມຢູ່ ຕະຫຼອດເວລາ ເພື່ອປ້ອງກັນ ຂອບເຂດດັ່ງກ່າວໃຫ້ມີຄວາມ ປອດໄພ 100%, ຈາກນັ້ນ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ສືບ ຕໍ່ກວດກາເບິ່ງສະໝາມຫັດແອບຕົວຈິງຢູ່ພາກສະໝາມແຕ່ລະ ຈຸດວ່າມີຄວາມພ້ອມແລ້ວ ຫຼື ບໍ່ເຊິ່ງມາຮອດປັດຈຸບັນນີ້ສະໝາມ ຫັດແອບແມ່ນສຳເລັດແລ້ວ 70% ແລະ ສືບຕໍ່ເຄື່ອນໄຫວຕິດຕາມໂຄງການກວດກູ້ລະເບີດທີ່ບໍ່ແຕກ ຢູ່ສະໝາມບິນທົ່ງໄຫຫີນຂອງ ກອງທັບລາວ-ຣັດເຊຍ ທີ່ພວມ ຈັດຕັ້ງປະຕິບັດກວດກູ້ຢູ່ພາກ ສະໝາມທົ່ງໄຫຫີນແຂວງ ຊຽງຂວາງ, ໂອກາດນີ້ ສະຫາຍ ພັນເອກ ທົງໄຊ ບຸບຜາ ຄະນະຮັບ ຜິດຊອບຊີ້ນຳຢູ່ພາກສະໝາມຮອງຫົວໜ້າກົມຊ່າງແສງ ກົມ ໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ນອນຢູ່ໃນ ການຮ່ວມມືໃນການຊ່ວຍເຫຼືອ ຈາກລັດຖະບານຣັດເຊຍໃນການ ກວດກູ້ລະເບີດທີ່ບໍ່ທັນແຕກຢູ່ທົ່ງ ໄຫຫີນ ແຂວງຊຽງຂວາງ ໃນ ເນື້ອທີ່ທັງໝົດ 120 ເຮັກຕາ ເຊິ່ງມາຮອດປັດຈຸບັນແມ່ນສຸມ ໃສ່ຕັດຫຍ້າໄດ້ 22 ເຮັກຕາ, ກວດກາໄດ້ 4.300 ຕາແມັດ, ຕອນທີ 1 ມີເນື້ອທີ່ 12 ເຮັກຕາເຄິ່ງ, ໃນນັ້ນສາມາດກວດພົບລູກລະເບີດບົ່ມບີ້ 1 ລູກ, ລູກປືນຄົກ 60 ມມ ຈຳນວນ 2 ລູກ, ລູກປືນຄົກ 81 ມມ ຈຳນວນ 1 ລູກ, ຫົວລູກປືນ 57 ມມ ຈຳນວນ 10 ຫົວ, ລູກປືນໃຫຍ່ 155 ມມ ຈຳນວນ 10 ລູກ, 105 ມມ ຈຳນວນ 1 ລູກ, ຫົວລູກປືນ 20 ມມ 26 ຫົວ, ລະເມີດມື 400 ມມ 6 ລູກ, ລະ ເບີດມື M26 ຈຳນວນ 2 ໜ່ວຍ, ສະເກັດລູກປືນຄົກ 60 ມມ ຈຳ ນວນ 3 ອັນ, ຫົວລູກປືນ 12,7 ມມ 7 ຫົວ ແລະ ລະເບີດມື M33 ຈຳ ນວນ 1 ໜ່ວຍ, ພ້ອມທັງໄດ້ລົງ ເບິ່ງພື້ນທີ່ຕົວຈິງໃນການກວດກູ້ ຂອງທີມງານກອງທັບລາວ-ຣັດ ເຊຍທີ່ພວມດຳເນີນການກວດ ກູ້ຢູ່ພາກສະໝາມຕົວຈິງຕື່ມອີກ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ