ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສືບສານປະເພນີແຫ່ຜາສາດເຜິ້ງ ໃນໂອກາດບຸນນະມັດສະການພະທາດຫຼວງ
ເວລາອອກຂ່າວ: 2019-11-12 15:32:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ປະເພນີແຫ່ຜາສາດເຜິ້ງຖືເປັນພິທີກຳສຳຄັນຂອງພຸດທະສາສະໜາ ແມ່ນວັດທະນະທຳອັນດີງາມຂອງຊາດລາວທີ່ເຄີຍປະຕິບັດກັນມາໃນແຕ່ລະປີ, ສະແດງເຖິງຄວາມສາມັກຄີຂອງປວງຊົນລາວທັງຊາດໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ, ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2019 ກົງກັບມື້ຂຶ້ນ 14 ຄໍ່າເດືອນສິບສອງເພັງຢູ່ທີ່ເດີ່ນພະທາດຫຼວງ, ນະຄອນ ຫຼວງວຽງຈັນ. ໂດຍມີພະສົງ-ສາມະເນນ, ເຈົ້າຄອງນະຄອນຫຼວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະເທດ, ປະຊາຊົນ ລາວບັນດາເຜົ່າ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າ ຮ່ວມຢ່າງເປັນຂະບວນຟົດຟື້ນ. ເພື່ອສະເຫຼີມສະຫຼອງບຸນພະທາດຫຼວງທັງເປັນການເສີມຂະຫຍາຍ ແລະ ສືບທອດວັດທະ ນະທຳອັນດີງາມຂອງຊາດລາວໃຫ້ຄົງຢູ່ຄູ່ຄົນລາວຕະຫຼອດໄປ ຂະບວນແຫ່ຜາສາດເຜິ້ງໄດ້ເລີ່ມ ຕົ້ນຢູ່ທີ່ສີ່ແຍກໜອງບອນແລ້ວມຸ້ງ ໜ້າເຂົ້າສູ່ພະທາດຫຼວງ ໃນນັ້ນ ນຳພາໂດຍຂະບວນພະສົງ-ສາ ມະ ເນນ, ການນຳພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າ ຄອງນະຄອນຫຼວງວຽງຈັນ, ຄະນະນຳຈາກບັນດາກະຊວງ, ອົງການ, ເຖົ້າແກ່ແນວໂຮມ, ຕາມ ດ້ວຍຂະບວນດົນຕີພື້ນເມືອງລາວ, ຂະບວນຜາສາດເຜິ້ງຈາກກະຊວງ, ອົງການ, ໂຮງຮຽນສະຖາບັນການສຶກສາ ແລະ ຄຸ້ມບ້ານຕ່າງໆເມື່ອໄປຮອດກໍໄດ້ແຫ່ອ້ອມພະທາດຫຼວງ 3 ຮອບຫຼັງ ຈາກນັ້ນຈຶ່ງທຳພິທີທາງສາສະໜາ, ຕອນຄໍ່າມາກໍມີການຄົບງັນຕາມປະເພນີ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ