ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-02 14:51:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 655 | ຄວາມນິຍົມ:



ວັນທີ 2 ຕຸລາ 2026 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດ ພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນາທຳຊົນເຜົ່າກອງທັບ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນ ຂອງວັນຄູແຫ່ງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ, ເຊິ່ງວັນຄູແຫ່ງຊາດເປັນວັນໜຶ່ງ ທີ່ສໍາຄັນໃນປະຫວັດສາດຂອງຊາດ ເພາະວ່າ ຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນອຸທິດເຫຼື່ອແຮງ ແລະ ສະຕິປັນຍາເຂົ້າໃນການສິດສອນລູກຫຼານ, ນັກຮຽນ ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ, ເປັນຊັບພະຍາກອນທີ່ມີຄຸນນະພາບ, ເພື່ອສືບທອດພາລະກິດປົກຮັກສາ ແລະ ສ້າງສາປະເທດຊາດຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ ເພື່ອຄວາມເປັນເອກະພາບ ແລະ ຄວາມວັດທະນາຖາວອນຂອງຊາດ, ພ້ອມທັງເສີມຂະຫຍາຍມູນເຊື້ອ ຂອງນາຍຄູຄໍາ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດຂອງພວກເຮົາ, ເພື່ອເຮັດລ້ອນໜ້າທີ່ການເມືອງຂອງຕົນ. ໂອກາດນີ້, ສະຫາຍປະທານ ໄດ້ຮຽກຮ້ອງເຖິງບັນດາຄູ-ອາຈານ, ນັກຮຽນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ມີຄວາມເສຍສະຫຼະ, ມີຄວາມກະຕື້ລືລົ້ນໃນການຊອກຮູ້ຮໍ່າຮຽນຕາມ 5 ຫຼັກມູນການສຶກສາ, ມີຄວາມສາມັກຄີຢ່າງບໍ່ຢຸດຢັ້ງໃນການຄົ້ນຄວ້າຮໍ່າຮຽນ ເພື່ອພັດທະນາຕົນເອງ ໃຫ້ມີບົດຮຽນການສິດສອນແບບໃໝ່ ເຮັດໃຫ້ການຈັດຕັ້ງການຮຽນ-ການສອນໃນສົກປີຕໍ່ໜ້າໄດ້ຮັບໝາກຜົນສູງ. ໃນພິທີ ຕາງໜ້ານັກຮຽນ ໄດ້ອ່ານສານອວຍພອນ ແລະ ມອບໃບຍ້ອງຍໍ, ກະຕ່າຂອງຂວັນ, ຊໍ່ດອກໄມ້ ໃຫ້ແກ່ຄະນະອຳນວຍການ, ຄູ-ອາຈານ ທີ່ມີຜົນງານສອນດີ, ສອນເກັ່ງ ໃນໄລຍະສົກຮຽນຜ່ານມາ. ພ້ອມທັງ ມອບລາງວັນການແຂ່ງຂັນສິລະປະ-ວັນນະຄະດີແຕ່ລະປະເພດໃຫ້ແກ່ ນັກຮຽນຜູ້ທີ່ໄດ້ຮັບລາງວັນ ຕື່ມອີກ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ