ກອງພົນທີ 2 ມອບເງິນອຸດໜູນໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2026-10-02 14:21:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ: ![]()
ວັນທີ 2 ຕຸລາ 2026 ນີ້, ກອງພົນທີ 2 ມອບເງິນອຸດໜູນ ໃຫ້ຄອບຄົວຜູ້ເສຍຊີວິດ, ໂດຍມີ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ ກົມກອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ແຫວນແກ້ວ ອຸດອນໄຊ ຊ່ວຍວຽກພະແນກປະກັນສັງຄົມ ໄດ້ຜ່ານລາຍຊື່ ຂອງນາຍທະຫານຜູ້ເສຍຊີວິດ ຈໍານວນ 5 ສະຫາຍ ລວມເງິນທັງໝົດ 394.576.100 ກີບ.
ໂອກາດນີ້, ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ໄດ້ມີຄໍາເຫັນໂອ້ລົມ ຕໍ່ຄອບຄົວຜູ້ເສຍຊີວິດ ພ້ອມທັງ, ໃຫ້ກໍາລັງໃຈຕໍ່ຄອບຄົວ ເມື່ອໄດ້ຮັບເງິນແລ້ວ ຈົ່ງນໍາເອົາເງິນຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນການພັດທະນາຄອບຄົວໃຫ້ດີຂຶ້ນ ແລະ ເກີດຜົນປະໂຫຍດສູງສຸດ.
ໂດຍ: ຄໍາຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















