ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງຮ້ອຍທະຫານຊາຍແດນ 115 ປິດຊຸດອົບຮົມ-ຫັດແອບ ປະຈໍາໄຕມາດ ll ປີ 2026
ເວລາອອກຂ່າວ: 2026-10-02 10:34:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ວັນທີ 30 ກັນຍາ 2026 ນີ້, ກອງຮ້ອຍທະຫານຊາຍແດນ 115 ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ປະຈຳໄຕມາດ ll ປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ວຽງໄຊ ສີລະພອນ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 115, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພັດ ຊືນດາວັນ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 115 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍທະຫານຊາຍແດນ 115 ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ປະຈຳໄຕມາດ ll ປີ 2026 ພ້ອມທັງ ປະຕິບັດການຍິງເປົ້າໝາຍດ້ວຍລູກປືນແທ້. ຈາກນັ້ນ, ສະຫາຍ ຮ້ອຍເອກ ບຸນຊອງ ແກ້ວນະຄອນ ຮອງຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 115 ໄດ້ສະຫຼຸບຜົນການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ປະຈຳໄຕມາດ ll ປີ 2026 ຍົກໃຫ້ເຫັນສະພາບລວມ ມີຄວາມສະຫງົບໂດຍພື້ນຖານ, ພະນັກງານ-ນັກຮົບ ໄດ້ເອົາໃຈໃສ່ໃນການຫັດແອບຮໍ່າຮຽນຢ່າງຕັ້ງໜ້າ, ຮັບປະກັນໄດ້ຄວາມສະຫງົບປອດໄພ 100%, ການຫັດແອບ 90 ວັນ ສະມາດສະຫຼຸບໄດ້ດັ່ງນີ້: ພາກການເມືອງບັນລຸໄດ້ 85,50%, ພາກພະລາທິການ 90,25%, ພາກເຕັກນິກ 86,50%, ພາກລະບຽບ 89,90%, ພາກສິລະປະຢຸດ 87,95%, ພາກຍຸດທະວິທີ 80,25%, ພາກກິລາການທະຫານ 90,25%, ວຽກງານຄຸ້ມຄອງປ້ອງກັນຊາຍແດນ 90,50%, ຍຸດທະວິທີຊາຍແດນ 90,25% ແລະ ວຽກງານສືບຂ່າວຊາຍແດນ 85,50%. ສະຫາຍ ພັນໂທ ວຽງໄຊ ສີລະພອນ ໄດ້ເນັ້ນໜັກໃຫ້ຄະນະ-ພັກຄະນະບັນຊາ, ນາຍ ແລະພົນທະຫານ ເອົາໃຈໃສ່, ໃຫ້ກໍາແໜ້ນບົດຮຽນ, ບັນດາທ່າຈັງຫວະຕ່າງໆ, ດ້ານພາກທິດສະດີ-ພຶດຕິກໍາຕົວຈິງ, ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ຂອງກົມກອງວາງອອກໃຫ້ເຂັ້ມງວດ, ປະຈໍາການກຽມພ້ອມສູ້ຮົບໃຫ້ເຂັມງວດ, ຮັບປະກັນໃນການເຄື່ອນໄຫວເຮັດໜ້າໃຫ້ມີຜົນສໍາເລັດ ແລະ ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນ. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ