ສູນເຝິກອົບຮົມ ກອງພົນທີ 4 ສ້າງຂະບວນການແຂ່ງຂັນ ກິລາມວນຊົນ
ເວລາອອກຂ່າວ: 2026-10-02 09:39:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ: ![]()
ວັນທີ 28 ກັນຍາ 2026 ນີ້, ສູນເຝິກອົບຮົມ ກອງພົນທີ 4 ສ້າງຂະບວນການແຂ່ງຂັນ ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນ ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026 ), ໂດຍການເປັນປະທານ ຂອງສະຫາຍ ພັນໂທ ແສງຈັນ ມະນີວອນ ຫົວໜ້າການເມືອງ ສູນເຝິກອົບຮົມ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ສູນເຝິກ, ພະແນກການ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ສີວິໄຊ ເຄນວົງສັກ ຮອງຫົວໜ້າພະແນກເສນາ ສູນເຝິກອົບຮົມ ໄດ້ຜ່ານແຜນການ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມຮັບຜິດຊອບວຽກງານກິລາ ແລະ ອະນຸກໍາມະການ ພ້ອມທັງ, ຜ່ານຂໍ້ກຳນົດ, ກົດລະບຽບໃນການແຂ່ງຂັນກິລາແຕ່ລະປະເພດ ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີ 5 ປະເພດກິລາ ຄື: ບານເຕະ, ບານສົ່ງ, ກະຕໍ້, ເປຕັງ ແລະ ແລ່ນມ້າງປະກອບອາວຸດ.
ຈຸດປະສົງ ການສ້າງຂະບວນການແຂ່ງຂັນກິລາ ໃນຄັ້ງນີ້, ເພື່ອເປັນການປັບປຸງກຳລັງແຮງກາຍ-ແຮງໃຈ ໃຫ້ພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ ແລະ ໜັກແໜ້ນ, ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ແລະ ເພື່ອເປັນການຄັດເລືອກເອົານັກກິລາເປັນຕົວແທນ ຂອງກົມກອງ ທີ່ຈະໄປແຂ່ງຂັນໃນງານວັນສໍາຄັນຕ່າງໆ. ການສ້າງຂະບວນການແຂ່ງຂັນ ກິລາມວນຊົນ ໃນຄັ້ງນີ້, ເລີ່ມແຕ່ວັນທີ 28 ກັນຍາ-6 ຕຸລາ 2026 ຈຶ່ງຈະສຳເລັດ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















