ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງຄໍາມ່ວນ ສືບຕໍ່ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-10-02 09:15:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ສະຫາຍ ພັນເອກ ສຸກກະສັນ ພຸດທະວົງ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານອື່ນໆ ທີ່ສຳຄັນອີກຈໍານວນໜຶ່ງ ຢູ່ກອງບັນຊາການຫະຫານເມືອງເຊບັ້ງໄຟ ແລະ ກອງຮ້ອຍ 24 ໂດຍມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ແຕ່ລະກົມກອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ສຸກກະສັນ ພຸດທະວົງ ໄດ້ຜ່ານເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປີ 2026 ເຊິ່ງມີ XVI ພາກ, 56 ໝວດ, 299 ມາດຕາ. ຈາກນັ້ນ, ສະຫາຍ ພັນໂທ ບຸນສອງ ສີດາຄຳ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ໄດ້ຜ່ານກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ກຳນົດ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນທົ່ວກອງທັບປະຊາຊົນລາວ.
ການເຜີຍແຜ່ເຊື່ອມຊຶມບັນດາເນື້ອໃນເອກະສານໃນຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ແຕ່ລະກົມກອງ ມີຄວາມເຂົ້າໃຈເປັນເອກະພາບກັນທາງດ້ານທັດສະນະແນວຄິດຕໍ່ເນື້ອໃນມະຕິ ແລະ ຂໍ້ກຳນົດ, ກົດລະບຽບຕ່າງໆ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງຕົນ, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສໍາເລັດທຸກໜ້າທີ່, ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງ, ຫັນເອົາແນວທາງນະໂຍບາຍຂອງພັກ, ໄປຜັນຂະຫຍາຍເຂົ້າສູ້ໜ້າທີ່ການເມືອງຂອງກົມກອງ ໃຫ້ແທດເໝາະກັບສະພາບຕົວຈິງ.
ໂດຍ: ນາງ ຄໍາພູວາ ຈັນທະປານີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















