ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປະຕິບັດ 5 ຫຼັກການຕົ້ນຕໍ ເພື່ອ​ໃຫ້ການ​ພັດທະນາ​ຊົນນະບົດ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ຮັບ​ຜົນສຳເລັດ
ເວລາອອກຂ່າວ: 2026-10-02 09:09:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ວຽກ​ງານ​ການ​ພັດທະນາ​ຊົນນະບົດ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ແມ່ນ​ໜຶ່ງ​ໃນວຽກ ​ງານ​ຍຸດ​ທະ​ສາດ​ທີ່​ສຳຄັນ​​ຂອງ​ພັກ ແລະ ລັດຖະບານ ນັບ​ຕັ້ງ ແຕ່​ສະຖາປະນາ ​ສປປ ລາວ ເປັນຕົ້ນ​ມາ. ຈຸດປະສົງ​ຫຼັກ​ແມ່ນ​ເພື່ອ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ ລະຫວ່າງ​ຕົວ​ເມືອງ ແລະ ຊົນນະ ບົດ, ພ້ອມ​ທັງ​ນຳພາ​ປະເທດ​ຊາດ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະເທດ​ດ້ອຍ​ພັດທະນາ. ເນື້ອ​ໃນ​ວາລະ​ແຫ່ງຊາດ ວ່າ​ດ້ວຍ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກໄລ ຍະ 2027-2030, ທີ່​ນຳມາເຜີຍ ແຜ່​ໃນ​ກອງ​ປະຊຸມ ເມື່ອ​ວັນ​ທີ 21 ກັນຍາ​ທີ່​ຜ່ານ​ມາ ທີ່ຫໍປະຊຸມແຫ່ງ​ ຊາດຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເພື່ອຜັນ​ ຂະຫຍາຍ​ມະຕິກອງປະຊຸມໃຫຍ່​ ຄັ້ງ​ທີ XII ຂອງ​ພັກ, ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ X (2026-2030), ເພື່ອ​ລະດົມ​ກຳລັງແຮງ ສັງລວມໃນການ​ແກ້ໄຂຄວາມ ທຸກ​ຍາກ ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ​ຊົນນະບົດ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ເພື່ອ​ກຳນົດ​ແຜນ​ວຽກ​ງານ​ຕົວ​ຈິງ​ທີ່​ເປັນ​ບູ​ລິ​ມະ​ສິດ ແລະ ຈຳເປັນ​ຮີບ​ດ່ວນໃນການປຸກ ລະດົມ​ກຳລັງ​ແຮງ ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທົ່ວ​ສັງຄົມ ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ປັບປຸງ​ຊີວິດ​ການເປັນ​ ຢູ່​ຂອງ​ປະຊາຊົນ ເພື່ອ​ກ້າວ​ໄປ ​ສູ່​ຄວາມ​ຢູ່​ດີ​ກິນ​ດີ ສູ້​ຊົນ​ສ້າງ​ຄອບຄົວ​ພົ້ນ​ທຸກ​ໃຫ້​ໄດ້​ຫຼາຍ​ກວ່າ 100.000 ຄອບຄົວ (ເພື່ອ​ດຶງ​ອັດ ຕາ​ຄວາມທຸກ​ຍາກໃຫ້ຫຼຸດລົງ ​​ເຫຼືອ​ພຽງ​ໜຶ່ງ​ໂຕ​ເລກ); ສ້າງ ​ບ້ານ​ພົ້ນ​ທຸກ​ໃຫ້​ໄດ້​ຫຼາຍກວ່າ 1.000 ບ້ານ ສ້າງ​ເມືອງ​ພົ້ນທຸກ ​ໃຫ້​ໄດ້​ຫຼາຍ​ກວ່າ 25 ເມືອງພ້ອມ ​ທັງ​ສ້າງ​ບ້ານ​ຈຸດ​ສຸມ​ຕົວ​ແບບ ຢ່າງ​ໜ້ອຍ ແຂວງ​ລະ 4-5 ບ້ານ ນອກຈາກ​ນີ້ ຍັງ​ສຸມ​ໃສ່​ສ້າງອາ ຊີບ ເຂົ້າ​ເຖິງ​ລະບົບ​ປົກ​ປ້ອງ​ສັງ ຄົມ ພັດທະນາ​ພື້ນຖານ​ໂຄງ​ລ່າງ ຈັດ​ສັນ​ພູມລຳເນົາ ແລະ ປັບປຸງ​ລະບົບ​ການເມືອງ ຢູ່​ຮາກ​ຖານໃຫ້ ​ເຂັ້ມແຂງ. ເພື່ອ​ໃຫ້​ໄດ້​ຮັບ​ຜົນສຳເລັດ ຕ້ອງ​ຮັບປະກັນ​ໃຫ້​ໄດ້ 5 ຫຼັກການ ຕົ້້ນ​ຕໍ ເຊັ່ນ: ຮັບປະກັນ​ຄວາມ​ເຂັ້ມ​ງວດ-ເດັດຂາດ ທີ່​ສະແດງ​ເຖິງ​ຄວາມ​ຕັດສິນ​ໃຈ​ສູງ​ສຸດຂອງ ​ພັກ ແລະ ລັດ ບົນ​ພື້ນຖານຄວາມ ​ເຂົ້າໃຈ ແລະ ເປັນ​ເອກະ​ພາບສູງ​ ຕໍ່​ຄວາມ​ຈຳເປັນ​ທີ່​ຕ້ອງ​ໄດ້ຜັນຂະ ຫຍາຍ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ-ເດັດຂາດ​ບົນພື້ນຖານກົດ ໝາຍ ແລະ ລະບຽບ​ການ, ຄວາມ ​ຍຸຕິ​ທຳ, ເຮັດ​ແທ້​ທຳຈິງ ແລະ ມີ​ການ​ນຳພາ-ຊີ້​ນຳ​ການຈັດຕັ້ງ​ປະ ຕິບັດ​ເປັນ​ລະບົບ ແລະ ຕໍ່ເນື່ອງ; ຮັບປະກັນ​ຄວາມໂປ່ງໃສ​ໃນ​ການ ຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ, ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ​ສາມາດ​ເຂົ້າ​ຮ່ວມ ແລະ ຕິດຕາມ-ກວດກາ​ຄວາມ​ຄືບ​ໜ້າ ແລະ ຂໍ້ຄົງຄ້າງ​ໃນ​ການຈັດຕັ້ງ​ປະຕິບັດວາລະແຫ່ງ​ ຊາດ ແລະ ຫຼັກການ​ຄວາມ​ໂປ່ງ ​ໃສ​ແມ່ນ​ປັດ​ໄຈ​ຕັດສິນຜົນສຳ ເລັດ​ຂອງ​ການ​ປະຕິບັດ​ຄາດໝາຍ​ຂອງ​ວາລະ​ແຫ່ງ​ຊາດ, ທັງເປັນ​ ການ​ສືບຕໍ່​ສ້າງ​ຄວາມເຊື່ອໝັ້ນ ​ຕໍ່​ສັງຄົມ ແລະ ສາກົນ​ກ່ຽວ​ກັບ​ຄວາມ​ມຸ່ງ​ໝັ້ນ​ຂອງ​ລັດຖະບານ​ໃນ​ການ​ພັດທະນາ​ຊົນນະບົດ ແລະ ແກ້ໄຂ​ຄວາມທຸກຍາກເພື່ອ ​ເປັນ​ ການສ້າງ​ຄວາມຈູງໃຈໃຫ້ທຸກຊັ້ນ ​ຄົນ​ໃນ​ສັງຄົມ​ໃຫ້ ການ​ສະໜັບສະ ໜູນ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ ຈັດຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ; ນອກ ຈາກ​ນັ້ນ ແມ່ນຮັບປະກັນ​ດ້ານ​ວິທະຍາສາດ-ວິຊາ​ການ ແລະ ການ​ມີ​ສ່ວນ​ຮ່ວມ​ຕ້ອງ​ອີງໃສ່​ຫຼັກ​ວິທະຍາສາດ ແລະ ວິຊາ​ການ ເພື່ອ​ຄົ້ນຄວ້າ, ວິເຄາະ, ວິໄຈ​ຂໍ້​ມູນ, ບັນຫາ​ຕ່າງໆ​ຢູ່​ຊົນນະບົດ​ເພື່ອ​ວາງ​ແຜນ​ໃນ​ການ​ພັດທະນາ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ​ລວມ​ທັງ​ການຈັດຕັ້ງ​ບ້ານ ແລະ ປະຊາຊົນ​ບັນດາເຜົ່າ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ຂອງ​ຮາກ​ຖານ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງຖິ່ນ; ຮັບປະກັນ​ຄວາມ​ເປັນ​ມື​ອາ ຊີບ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຈຳ ເປັນ​ຕ້ອງ​ມີ​ການ​ວາງ​ແຜນ​ຢ່າງ​ເປັນ​ລະບົບ, ມີ​ການ​ນຳພາ-ຊີ້​ນຳ​ຢ່າງ​ລວມ​ສູນ​ເປັນ​ເອກະ​ພາບ, ມີ​ການ​ນຳ​ໃຊ້​ບຸກ​ຄະລາ​ກອນ​ທີ່​ ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຄຸນ ສົມບັດ, ມີ​ຈັນ​ຍາ​ບັນ-ຈັນຍາທຳ ແລະ ຄວາມ​ຊຳນານ​ທາງ​ດ້ານ​ຫຼັກ​ວິຊາ​ການ ແລະ ວິຊາ​ສະເພາະ​ລະດັບ​ທີ່​ແນ່ນອນ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ບໍ່​ອາດ​ເຮັດ​ຕາມ​ລຳພັງ​ໃຈ, ຕາມ​ຄວາມ​ຮູ້ສຶກ​ອັດ​ຕະ​ວິໄສ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ; ຮັບປະກັນ​ຄຸນ​ນະ​ພາບ ແລະ ຄວາມ​ຍືນ​ຍົງ​ຕ້ອງ​ຍົກ​ສູງ​ປະ ສິດທິພາບ ແລະ ປະ​ສິດທິ​ຜົນ​ໃນ​ການ​ປະຕິບັດ​ວຽກ​ງານ​ໃຫ້​ໄດ້​ມາດຕະຖານ​ທັງ​ຮັບປະກັນ​ໃຫ້​ຄອບຄົວ, ບ້ານ ແລະ ເມືອງ​ທີ່​ພົ້ນ​ທຸກ​ແລ້ວ​ບໍ່​ໃຫ້​ກັບ​ຄືນ​ມາ​ທຸກ​ອີກ; ຫຼຸດຜ່ອນ​ຄວາມ​ຜິດພາດ, ຄວາມ​ຊັກ​ຊ້າ ແລະ ຄວາມ​ສ່ຽງ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ,ຄວາມ​ເພິ່ງ​ພໍໃຈ​ໃຫ້​ແກ່​ສັງຄົມ ແລະ ສາ ກົນ​ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ ແລະ ນຳ​ໃຊ້​ຜົນສຳເລັດ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ຍາວ. ສັງ​ລວມ​ແລ້ວ​ທັດສະນະ​ຂອງການ​ນຳພາ ຂອງ​ພັກ-ລັດ​ເຮົາຕໍ່​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກບໍ່​ໄດ້​ແຍກ​ອອກ​ຈາກ​ວຽກ​ງານ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດ​ຊາດ​ແມ່ນ​ການ​ພັດທະນາ​ແບບ​ກວມ​ລວມ ແລະ ຍືນ​ຍົງ ທີ່​ເອົາ​ປະຊາຊົນ​ເປັນໃຈ​ກາງ, ການ​ແກ້​ໄຂ​ຄວາມທຸກຍາກບໍ່ແມ່ນໜ້າ ທີ່​ຂອງ​ກະຊວງ ຫຼື ຂະແໜງການ​ ໃດ​ໜຶ່ງ, ແຕ່​ແມ່ນ​ຄວາມຮັບຜິດ ຊອບ​ລວມ ຂອງ​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ ແລະ ທຸກ​ພາກສ່ວນ ຕ້ອງ​ຫັນປ່ຽນ​ຈິນຕະນາການ, ເຮັດ​ແທ້​ທຳ​ຈິງ, ມີ​ການ​ປະສານ​ງານ​ທີ່​ກົມກຽວ ແລະ ນຳ​ໃຊ້​ຊັບພະຍາກອນ​ທີ່​ມີ​ຈຳກັດ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ສຸດ ແລະ ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ ​ວ່າ ພວກ​ເຮົາ ຈະ​ສາມາດ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ປະເທດ​ຊາດ​ຈະ​ກ້າວ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ແລະ ກ້າວ​ສູ່​ຄວາມ​ຈະເລີນ​ຮຸ່ງ ເຮືອງ​ສີວິໄລ ຕາມ​ຈຸດໝາຍ​ທີ່​ພັກ-ລັດ​ໄດ້​ຕັ້ງ​ເປົ້າ​ໝາຍ​ເອົາ​ໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ