ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຫວຽດນາມ-ກຳປູເຈຍ ເພີ່ມ​ທະວີ​ ການ​ສົມທົບ​ກັນ​ໃນ​ວຽກ​ງານ​ກວດກາ
ເວລາອອກຂ່າວ: 2026-10-02 09:03:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ຕາມ​ຂ່າວ ​ກປ.ອອນ​ໄລ, ຕອນ​ບ່າຍ​ວັນ​ທີ 29 ກັນຍາ ຜ່ານ​ມາ, ທ່ານ ເລ​ມິງ​ຮືງ ນາຍົກລັດ ຖະມົນຕີ ໄດ້​ຕ້ອນຮັບ​ທ່ານ Sok Soken ລັດຖະມົນຕີ​ກະຊວງ​ກວດກາ ກຳປູເຈຍ ພ້ອມ​ດ້ວຍ​ຄະ ນະ​ຜູ້​ແທນ ໄດ້ໄປຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດນາມ. ຕີ​ລາຄາ​ການ​ຢ້ຽມຢາມ​ຂອງ​ຄະນະ​ມີ​ຄວາມ​ໝາຍ​ແທດ​ຈິງ ເພື່ອ​ໃຫ້​ອົງການ​ກວດກາ​ຂອງ​ສອງ​ປະເທດ​ແລກ ປ່ຽນ​ບົດຮຽນ, ເປັນ​ເອກະ​ພາບ​ຕໍ່​ກຳນົດ​ທິດ, ມາດ​ຕະການ ເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະເທດ​ໃຫ້​ເລິກເຊິ່ງ​ຂຶ້ນ​ຕື່ມ, ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ໄດ້​ຮັບ​ຮູ້ ແລະ​ຕີ​ລາຄາ​ສູງ​ຕໍ່​ການ​ສົມທົບ​ກັນ​ຢ່າງ​ມີ​ປະ​ສິດທິ​ຜົນ, ແທດ​ຈິງ​ລະຫວ່າງ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ ແລະ ກະຊວງ​ກວດກາ​ກຳປູເຈຍ ໃນ​ໄລຍະ​ຜ່ານ​ມາ. ທ່ານ ເລ​ມິງ​ຮືງ ຢືນຢັນ​ວ່າ:ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ສະໜັບສະໜູນ ແລະ ສ້າງ​ເງື່ອນໄຂ​ສະດວກ ເພື່ອ​ໃຫ້​ບັນດາ​ກະຊວງ, ຂະແໜງການ​ຂອງ​ສອງ​ປະເທດ, ໃນ​ນັ້ນ ມີ​ສອງ​ອົງການ​ກວດກາ​ຍູ້​ແຮງ​ການເຄື່ອນ ໄຫວ​ຮ່ວມ​ມື​ໃຫ້​ຫຼາຍ​ກວ່າ​ອີກ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ປະສິດທິພາບ, ປະ​ສິດທິ​ຜົນ​ການ ​ຄຸ້ມ​ຄອງ​ແຫ່ງ​ລັດ, ກໍ່ສ້າງ ແລະ ປັບປຸງ​ລະບອບ​ລະບຽບ​ການ, ກົດ ໝາຍ​ໃຫ້​ສົມບູນ​ແບບ, ປ້ອງ​ກັນ ແລະ ເຕືອນ​ໄພ​ການ​ລະເມີດ, ຮັບ​ໃຊ້​ປະຊາຊົນ ແລະ ວິ​ສາ​ຫະ​ກິດ​ຢູ່​ແຕ່​ລະ​ປະເທດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ປັບ ປຸງ ແລະ ​ພັດທະນາ​ການ​ພົວພັນ ຫວຽດນາມ-ກຳປູເຈຍ. ທ່ານ ເລ​ມິງ​ຮືງ ນາຍົກລັດຖະມົນຕີ ສະເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ບົນ​ພື້ນຖານ​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້, ອົງການ​ກວດກາ​ລັດຖະບານ​ຫວຽດນາມ ແລະ ກະຊວງ​ກວດກາ​ກຳປູເຈຍ ຈະ​ແລກປ່ຽນ, ສົມທົບ​ກັນ​ກວດ ກາ​ຄືນ, ຕີ​ລາຄາ​ໝາກຜົນ​ຢ່າງ​ເປັນ​ປະຈຳ ແລະ ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ຫຼາຍ​ກວ່າ​ເກົ່າ; ຮັກສາ​ການ​ແລກ ປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ເພີ່ມ​ທະວີ​ການ​ແລກປ່ຽນ, ແບ່ງ ປັນ​ບົດຮຽນ; ເພີ່ມ​ທະວີ​ການ​ສົມ ທົບ​ກັນ​ໃນ​ວຽກ​ງານ​ກວດກາ​ຕໍ່​ກັບ​ຂົງເຂດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະເທດ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະ​ກິດ​ປະຕິບັດ​ຕາມ​ກົດໝາຍ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ​ຂອງ​ສອງ​ຝ່າຍ; ຍູ້​ແຮງ​ການ​ຮ່ວມ​ມື​ ບຳລຸງ-ກໍ່ສ້າງ ແລະ ຍົກ​ສູງ​ກຳ ລັງ​ຄວາມ​ສາມາດ​ໃຫ້​ແກ່​ຖັນ​ແຖວ​ພະນັກ ງານ; ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໃນ​ຂົງເຂດ​ກວດກາ. ທ່ານ Sok Soken ແຈ້ງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ​ຊາບ​ ກ່ຽວ​ກັບ​ໝາກຜົນ​ການເຄື່ອນ ໄຫວ​ຢ້ຽມຢາມ​ໃນ​ຄັ້ງ​ນີ້, ໄດ້​ຕີ​ລາຄາ​ສູງ​ຜົນງານ​ຂອງ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ ແລະ ສະແດງ​ຄວາມ​ຂອບໃຈ​ຢ່າງ​ເລິກເຊິ່ງ​ຕໍ່​ການເຄື່ອນໄຫວ​ຮ່ວມ​ມື, ໃຫ້ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດທິ​ຜົນ​ແກ່​ກະຊວງ​ກວດກາ ກຳປູເຈຍ ໃນ​ໄລຍະ​ຜ່ານ​ມາ. ກະຊວງ​ກວດກາ​ກຳປູເຈຍ ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອົງ ການ​ກວດກາ​ລັດຖະບານ​ຫວຽດ ນາມ, ພິເສດ​ແມ່ນ​ບັນດາ​ເນື້ອ​ໃນ, ຂົງເຂດ​ທີ່​ທ່ານ​ນາຍົກລັດຖະມົນ ຕີ ໄດ້​ມີ​ຄຳ​ເຫັນ​ແລ້ວ. ທ່ານ Sok Soken ຫວັງ​ວ່າ ທ່ານ​ນາຍົກ ລັດຖະມົນຕີຈະ​ສືບຕໍ່​ສະໜັບ ສະໜູນ​ເພື່ອ​ໃຫ້ການ​ຮ່ວມ​ມືລະ ຫວ່າງ​ສອງ​ອົງການ ບັນລຸ​ໄດ້​ໝາກຜົນ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໝາກ ຜົນ​ການ​ຮ່ວມ​ມື ລະຫວ່າງ​ສອງ​ລັດຖະບານ ແລະ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ