ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315
ເວລາອອກຂ່າວ: 2026-10-01 11:57:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 405 | ຄວາມນິຍົມ:



ວັນທີ 29 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ໄດ້ຜ່ານເອກະສານມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ຂອງກອງທັບປະຊາຊົນລາວ ເຊິ່ງມີ XVI ພາກ, 56 ໝວດ, 299 ມາດຕາ. ຈາກນັ້ນ, ສະຫາຍ ພັນຕີ ສຸກສະຫວັນ ຖວງມີໄຊ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ກຳນົດ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນທົ່ວກອງທັບປະຊາຊົນລາວ. ທັງນີ້, ເພື່ອແນໃສ່ເຮັດໃຫ້ພະນັກງານ, ນາຍ ແລະ ພົນທະຫານ ມີຄວາມເຂົ້າໃຈເປັນເອກະພາບທາງດ້ານທັດສະນະແນວຄິດ ຕໍ່ເນື້ອໃນມະຕິຂອງກອງປະຊຸມໃຫຍ່ ແລະ ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງຕົນ, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມ ໃຫ້ກອງທັບສາມາດເຮັດສໍາເລັດທຸກໜ້າທີ່, ທັງເປັນເຂັມຊີ້ທິດ ໃຫ້ແກ່ການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງ, ຫັນເອົາແນວທາງນະໂຍບາຍຂອງພັກ ໄປຜັນຂະຫຍາຍເຂົ້າສູ້ໜ້າທີ່ການເມືອງ ຂອງກົມກອງ ໃຫ້ແທດເໝາະກັບທຸກສະພາບການ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ