ວປກ ເຜີຍແຜ່ເອກະສານວຽກງານ ປກຊ-ປກສ
ເວລາອອກຂ່າວ: 2026-10-01 11:04:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ: ![]()
ວັນທີ 29 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເອກະສານວຽກງານ ປກຊ-ປກສ ເພື່ອກະກຽມຂຶ້ນຫ້ອງໃຫ້ພະນັກງານນນໍາພາ-ຄຸ້ມຄອງ ພັກ-ລັດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີຄະນະຮັບຜິດຊອບເນື້ອໃນ ເຂົ້າຮ່ວມ.
ຈຸດປະສົງໃນການເຜີຍແຜ່ເອກະສານບົດຮຽນວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ພັກ-ລັດ ເພື່ອກະກຽມຂຶ້ນຫ້ອງ ມີເອກະພາບບັນດາໜ້າປົກເອກະສານ, ເນື້ອໃນເອກະສານ, ປຶ້ມທີ່ຂຶ້ນຫ້ອງສິດສອນຕົວຈິງ ໃຫ້ຮັດກຸມ ສອດຫ້ອຍກັບສະພາບຄວາມເປັນຈິງ ຂອງປະເທດ ແລະ ການຜັນແປໃນໄລຍະໃໝ່.
ໂອກາດນີ້, ສະຫາຍ ປະທານ ໄດ້ມີຄໍາເຫັນຊີ້ນໍາ ໃນການຄົ້ນຄວ້າປັບປຸງບົດສອນຂຶ້ນຫ້ອງ ໃຫ້ພະນັກງານນໍາພາ-ຄຸ້ມຄອງ, ບັນດາເອກະສານ ມອບໃຫ້ຈຸເນື້ອໃນ ໂດຍກົມອົບຮົມ-ກໍ່ສ້າງ ເປັນໃຈກາງຊີ້ນໍາແຕ່ລະພາກສ່ວນທີ່ບໍ່ທັນໄດ້ສົ່ງເອກະສານ ແລະ ໜ້າປົກເອກະສານ ເພື່ອຄວາມເປັນເອກະພາບ, ສ່ວນເອກະສານ ຍັງບໍ່ທັນສົມບູນ ໃຫ້ອະນຸກໍາມະການຈຸເນື້ອໃນ ສືບຕໍ່ປັບປຸງໃຫ້ສໍາເລັດຕາມການມອບໝາຍ ໃນນັ້ນ, ມີເອກະສານແມ່, ບົດຂຶ້ນຫ້ອງສອນຕົວຈິງ (ພາເວີພອຍ). ສ່ວນເອກະສານທີ່ສໍາເລັດ ໃຫ້ຈັດພິມເປັນປື້ມສົມບູນໃຫ້ສໍາເລັດ ເພື່ອຮັບປະກັນບົດຮຽນວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ທັນຕາມແຜນການທີ່ໄດ້ກໍາໄວ້.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















