ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ໂຮງຮຽນທະຫານຊາຍແດນ 712 ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2026-10-01 10:28:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນທີ 30 ກັນຍາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ຮ່ວມກັບ ສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຄັ້ງທີ 2 ງວດທີ 12 ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນເພັງ ໄຊສົມບູນ ຫົວໜ້າພະແນກພະລາທິການໂຮງຮຽນທະຫານຊາຍແດນ, ມີສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານຮັບບໍລິຈາກເລືອດກອງທັບ, ມີທ່ານ ນາງ ສຸດາລັດ ຈັນດາລາ ຫົວໜ້າພະແນກປຸກລະດົມບໍລິຈາກເລືອດ ສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍທີມງານວິຊາການ, ມີຄະນະພັກ-ຄະນະອໍານວຍການ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ທ່ານ ນາງ ສຸດາລັດ ຈັນດາລາ ໄດ້ບັນຍາຍ ກ່ຽວກັບການບໍລິຈາກເລືອດ ແລະ ຄວາມສຳຄັນກ່ຽວກັບເລືອດ ເຊິ່ງຍົກໃຫ້ເຫັນບາງຂໍ້ສໍາຄັນ ເປັນຕົ້ນແມ່ນ ສ່ວນປະກອບຂອງເລືອດ, ເລືອດມີຄວາມສໍາຄັນຫຼາຍໃນການຫຼໍ່ລ້ຽງຮ່າງກາຍ ຂອງຄົນເຮົາ ໃຫ້ມີຊີວິດຢູ່ໄດ້ ໂດຍນໍາເອົາສານອາຫານທີ່ຈໍາເປັນ, ມີຄຸນຄ່າ ໄປຫາເນື້ອເຫຍື້ອ ແລະ ອະໄວຍະຕ່າງໆ ຂອງຮ່າງກາຍ, ຖ້າຄົນເຮົາຂາດເລືອດ ທຸກພາກສ່ວນຂອງຮ່າງກາຍ ກໍຈະຕາຍໄປ ເພາະວ່າບໍ່ໄດ້ຮັບອາຫານ ພ້ອມນັ້ນ, ຍັງສາມາດກວດພະຍາດຂອງຜູ້ກ່ຽວ ແລະ ຮູ້ໝວດເລືອດຂອງຕົນເອງນຳອີກ. ສໍາລັບເງື່ອນໄຂບໍລິຈາກເລືອດ ມີດັງນີ້: ທ່ານຕ້ອງຮູ້ສຶກສະບາຍໃຈ, ສຸຂະພາບແຂງແຮງດີ, ມີອາຍຸ ລະຫວ່າງ 17-60 ປີ (ເພດຍິງ), ອາຍຸ ລະຫວ່າງ 17-65 ປີ (ເພດຊາຍ), ມີນໍ້າໜັກ 45 ກິໂລກຣາມຂຶ້ນໄປ, ບໍ່ມີປະຫວັດສ່ຽງຕໍ່ການຕິດເຊື້ອພະຍາດຕ່າງໆ ທີ່ນໍາສົ່ງຜ່ານທາງເລືອດ, ບໍ່ມີປະຫວັດເປັນພະຍາດຕົວເຫຼືອງ, ຕາເຫຼືອງມາກ່ອນ ໃນນີ້, ຜູ້ຈະເອົາເລືອດອອກ ຕ້ອງນອນຫຼັບພັກຜ່ອນໃຫ້ພຽງພໍຢ່າງໜ້ອຍ 6 ຊົ່ວໂມງຂຶ້ນໄປ, ກິນອາຫານໃຫ້ອີ່ມ, ສ່ວນຜູ້ເອົາເລືອດອອກໃຊ້ເວລາປະມານ 3-10 ນາທີ ແລະ ບໍລິຈາກເລືອດແຕ່ລະຄັ້ງເພດຊາຍ ແມ່ນ 3 ເດືອນ, ເພດຍິງ ແມ່ນ 4 ເດືອນຂຶ້ນໄປ. ການບໍລິຈາກເລືອດໃນຄັ້ງນີ້ ມີຜູ້ສະໝັກໃຈບໍລິຈາກເລືອດ 42 ສະຫາຍ, ຍິງ 3 ສະຫາຍ ໄດ້ເລືອດທັງໝົດ 42 ຖົງ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ