ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຮູ້​ຈັກ​​ຈັອສ ​ຣັສ​ເຊວ​ ໃຫ້​ຫຼາຍ​ຂຶ້ນໃນ​ວົງ​ການ F1
ເວລາອອກຂ່າວ: 2026-10-01 09:20:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



v ​ຈັອສ ​ຣັສ​ເຊວ (George Russell) ອາຍຸ 28 ປີ ຄົນ​ປະເທດ​ອັງກິດ ຈາກ​ທີມ ເມ​ຊີ​ເດັດ (Mercedes) ເປັນ​ນັກ​ກິລາ​ຂັບ​ລົດ​ແຂ່ງ​ລົດ​ສູດ​ໜຶ່ງ (Formula One - F1 Driver) ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ ແລະ ຖືກ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນຍອດ​ນັກ​ແຂ່ງ​ແຖວ​ໜ້າ​ຂອງ​ໂລກ​ໃນ​ຍຸກ​ປັດຈຸບັນ. ຈຸດ​ເລີ່ມ​ຕົ້ນ​ທຳ​ອິດ ແມ່ນ​ລິ​ເລີ່ມ​ຫຼິ້ນ​ກິລາ​ຂັບ​ລົດ​ໂກ​ກາດ ຕັ້ງແຕ່​ອາຍຸ 7 ປີ ແລະ ຄວ້າ​ແຊັມ​ປຽນ​ເອີ​ຣົບ​ໄດ້​ຫຼາຍ​ລາຍການ ກ່ອນ​ຈະ​ຕາ​ເຕົ້າ​ຂຶ້ນ​ສູ່​ລຸ້ນ​ຟໍ​ມູ​ລາ​ຕ່າງໆ ເຊັ່ນ: ຄວ້າ​ແຊັມ​ປຽນ BRDC Formula 4 ໃນ​ປີ 2014, ແຊັມ​ປຽນ GP3 Series ໃນ​ປີ 2017 ແລະ ແຊັມ​ປຽນ FIA Formula 2 (F2) ໃນ​ປີ 2018. ໃນເສັ້ນທາງ​ໃນ​ການ​ແຂ່ງຂັນ Formula One (F1) ໄດ້​ເລີ່ມ​ຕົ້ນ​ກັບ​ທີມ ວິນ​ລຽມສ໌ (Williams - ປີ 2019-2021) ເລີ່ມ​ລົງ​ແຂ່ງຂັນ F1 ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ໃນ​ປີ 2019 ເຖິງ​ແມ່ນ​ວ່າ​ລົດ​ຂອງ​ທີມ Williams ຈະ​ມີ​ປະສິດທິພາບ​ຕ່ຳ ແຕ່​​ຣັສ​ເຊວ​ມັກ​ຈະ​ສ້າງ​ຜົນງານ​ທີ່​ໂດດ​ເດັ່ນ​ໃນ​ຮອບ​ຄັດ​ເລືອກ ຈົນ​ໄດ້​ຮັບ​ສາຍາ​ວ່າ "Mr. Saturday" (ພໍ່​ມົນ​ດຳ​ວັນ​ເສົາ) ເຊິ່ງ​ໃນ​ປີ 2021 ລາວ​ສາມາດ​ພາ​ທີມ Williams ຄວ້​​າ​ໂພ​ດຽມ (Podium) ໄດ້​ຢ່າງ​ບໍ່​ຄາດ​ຄິດ ຫຼັງ​ຈາກ​ການ​ແຂ່ງຂັນ​ຖືກ​ຕັດ​ສັ້ນ​ລົງ​ຍ້ອນ​ຝົນຕົກ​ໜັກ. ຕໍ່​ມາ​ລາວ​ໄດ້​ກ້າວ​ຂຶ້ນ​ສູ່​ທີມ​ໃຫຍ່ ເມ​ຊີ​ເດ​​ັສ ໃນ​ປີ 2022 ຮອດປັດຈຸບັນ, ເຊິ່ງ​ປີ 2022 ຖືກ​ດຶງ​ໂຕ​ມາ​ຮ່ວມ​ທີມ Mercedes ເພື່ອ​ຈັບ​ຄູ່​ກັບ ລູ​ວິ​​ສ ເຮ​ມິ​​ລ​ຕັນ (Lewis Hamilton) ສາມາດ​ຄວ້າ​ແຊັມ​ປຽນ​ສະໜາມ F1 ໄດ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ຊີວິດ ໃນ​ການ​ແຂ່ງຂັນ​ທີ່​ປະເທດ​ບຣາ​ຊິນ. ສ່ວນວ່າ​ຜົນງານ​ໂດຍ​ລວມ​ຖື​ວ່າ​ເປັນ​ກຳລັງ​ຫຼັກ​ຂອງ​ທີມ Mercedes ໄດ້​ຢ່າງ​ຕໍ່​ເນື່ອງ ສາມາດ​ຄວ້າ​ແຊັມ​ປຽນ​ສະໜາມ ແລະ ຂຶ້ນ​ໂພ​ດຽມ​ມາ​ເລື້ອຍໆ​ໃນ​ແຕ່​ລະ​ລະດູ​ການ ລວມ​ເຖິງ​ຜົນງານ​ອັນ​ໂດດ​ເດັ່ນ​ໃນ​ລະດູ​ການ 2024-2026 ທີ່​ລາວ​ສາມາດ​ຂັບ​ສູ້​ກັບ​ກຸ່ມ​ນຳ​ໄດ້​ຢ່າງ​ຄືກຄື້ນ ແລະ ເປັນ​ໜຶ່ງ​ໃນ​ໂຕ​ເຕັງ​ລຸ້ນ​ແຊັມ​ປຽນ​ໂລກ. ລ່າ​ສຸດ​ແມ່ນ​ການ​ແຂ່ງຂັນ​ລົດ​ສູດ​ໜຶ່ງ ຟໍ​​ຣ​ມູ​ລ້າ​ວັນ ສະໜາມ​ທີ 15 ຂອງ​ປີ ລາຍການ Azerbaijan Grand Prix ທີ່​ສະໜາມ Baku City Circuit, ນະຄອນຫຼວງ​ບາ​ກູ ປະເທດ​ອາ​ແຊກ​ໄບ​ຊານ ໃນ​ທ້າຍ​ອາທິດ​ຜ່ານ​ມາ. ຜົນ​ປະກົດ​ວ່າ: ​ຈັອສ ​ຣັສ​ເຊວ ຈາກ​ທີມ​ເມີ​ຊີ​ເດ​​ັສ ອອກ​ຕົວ​ເປັນ​ຄົນ​ທຳ​ອິດ ແລະ ປະຄອງ​ລົດ​ຄູ່​ໃຈ​ເຂົ້າ​ເສັ້ນ​ໄຊ​ເປັນ​ຄົນ​ທຳ​ອິດ ດ້ວຍ​ເວລາ 1 ຊົ່ວໂມງ 38 ນາທີ 02.143 ວິນາທີ ເອົາ​ຊະນະ ແມັກ ເວີ​ສະ​ແຕັບ​ເປິ້ນ ແຊັມ​ໂລກ 4 ສະໄໝ ຄົນ​ປະເທດ​ໂຮນ​ລັງ ຮອງ​ແຊັມ​ໂລກ​ປີຜ່ານມາ ຈາກ​ຄ້າຍ Red Bull Racing-Ford ພຽງ​ສ້ຽວ​ວິນາທີ 0.196 ວິນາທີ. ​ຈັອສ ​ຣັສ​ເຊວ ໄດ້​ແຊັມ​ເປັນ​ລາຍການ​ທີ 3 ໃນ​ປີ​ນີ້ ຕໍ່​ຈາກ ສະໜາມ​ທຳ​ອິດ Australian Grand Prix ແລະ ສະໜາມ​ທີ 8 Austrian Grand Prix ແລະ ແຊັມ​ເປັນ​ສະໜາມ​ທີ 8 ໃນ​ອາຊີບ ພ້ອມ​ກັບ​ໄດ້​ແຊັມ​ລາຍການ​ນີ້​ຄັ້ງ​ທຳ​ອິດ ເຊິ່ງ​ເປັນ​ນັກ​ກິລາ​ຈາກ​ປະເທດ​ອັງກິດ​ຄົນທີ​ສອງ ທີ່​ສາມາດ​ພິ​ຊິດ​ແຊັມ​ສະໜາມ​ນີ້ ຕໍ່​ຈາກ ລຸຍ ຮາ​ມິນ​ຕັນ ໃນ​ປີ 2018. ​ຈັອສ ໄວ​ສຸດ​ໃນ​ສະໜາມ​ນີ້ ທັງ​ຮອບ​ຄັດ​ເລືອກ ໄດ້​ຕຳແໜ່ງ​ໂພ​ໂປ​ຊີ​ຊັ່ນ, ເຮັດ​ເວລາ​ຕໍ່​ຮອບ​ກໍ​ໄວ​ສຸດ. ສ່ວນ ທີ 3 ສະໜາມ​ນີ້​ເປັນ​ຂອງ ອີ​ຊັກ ແຮດ​ຈ້າ ນັກ​ຂັບ​ຄົນ​ຝຣັ່ງ​ເຊື້ອສາຍ​ອານ​ເຊຣີ ຈາກ​ທີມ Red Bull Racing-Ford ຕາມ​ຫຼັງ​ແຊັມ 10 ກວ່າ​ວິນາທີ, ຂະນະ​ທີ່ ແຊັມ​ເກົ່າ ແລນ​ໂດຣ ນໍ​​ຣ​ຣິ​​ສ ຈາກ​ຄ້າຍ McLaren-Mercedes ແຂ່ງ​ບໍ່​ຈົບ ລົດ​ມີ​ບັນຫາ​ໃນ​ຮອບ​ທີ 35, ທາງ​ດ້ານ ຄີ​ມີ້ ອັນໂຕ​ເນວ​ລີ້ ດາວ​ເດັ່ນ ອາຍຸ 19 ປີ ຈາກ​ອີ​ຕາ​ລີ ຈາກ​ທີມ​ເມີ​ຊີ​ເດ​​ັສ ຜູ້ນຳ​ຄະແນນ​ລວມ ຈົບ​ອັນ​ດັບ​ທີ 5 ຕາມ​ຫຼັງ 14 ກວ່າ​ວິນາທີ, ສ່ວນວ່າ ລຸຍ ຮາ​ມິນ​ຕັນ ແຊັມ​ໂລກ 7 ສະໄໝ ຈາກ​ທີມ​ເຟີ​ຣາ​ຣີ ຈົບ​ທີ 6, ຊາວ ເລັກ​ເລີ ຊາວ​ໂມ​ນາ​ໂຄ ເພື່ອນ​ຮ່ວມ​ທີມ ຈົບ​ທີ 4. ໃນ​ນີ້ ເຟີ​ນັນ​ໂດ ອາ​ລອນ​ໂຊ້ ແຊັມ​ໂລກ 2 ສະໄໝ ຄົນ​ປະເທດ​ແອ​​ັສ​ປາຍ ຈາກ​ທີມ Aston Martin Aramco-Honda ແຂ່ງ​ບໍ່​ຈົບ ລົດ​ມີ​ບັນຫາ​ໃນ​ຮອບ​ທີ 20. ສະຫຼຸບ​ຄະແນນ​ນັກ​ຂັບ​ຜ່ານ​ໄປ 15 ສະໜາມ ຜູ້ນຳ​ຍັງ​ຄົງ​ແມ່ນ ຄີ​ມີ້ ອັນໂຕ​ເນວ​ລີ້ ມີ 302 ຄະແນນ, ທີ​ສອງ ​ຈັອສ ​ຣັສ​ເຊວ ມີ 236 ຄະແນນ, ທີ 3 ລຸຍ ຮາ​ມິນ​ຕັນ ມີ 199 ຄະແນນ, ສ່ວນ ແຊັມ​ເກົ່າ ແລນ​ໂດຣ ນໍ​​ຣ​ຣິ​​ສ ຢູ່​ທີ 4 ມີ 186 ຄະແນນ. ສະຫຼຸບ​ຄະແນນ​ທີມ​ຜູ້​ສ້າງ ຜູ້ນຳ​ແມ່ນ ເມີ​ຊີ​ເດ​​ັສ ມີ 538 ຄະແນນ, ທີ​ສອງ ເຟີ​ຣາ​ຣີ້ 378 ຄະແນນ, ທີ​ສາມ ເມັກ​ຄາ​ເຣນ-ເມີ​ຊີ​ເດ​​ັຊ ມີ 306 ຄະແນນ. ໃນ​ສະໜາມ​ຕໍ່​ໄປ ສະໜາມ​ທີ 16 ລາຍການ Bahrain Grand Prix ແຕ່​ໄປ​ແຂ່ງ​ທີ່​ສະໜາມ Sepang International Circuit, ເມືອງ​ເຊ​ປັງ ປະເທດ​ມາ​ເລ​ເຊຍ ຈະ​ແຂ່ງຂັນ​ວັນ​ທີ 4 ຕຸລາ 2026 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ