ກອງບັນຊາການທະຫານແຂວງອັດຕະປື ສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III
ເວລາອອກຂ່າວ: 2026-09-30 15:41:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈໍາໄຕມາດ IV ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ພະແນກການ ແລະ ກົມກອງທີ່ຂຶ້ນກັບ ເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບຮອບດ້ານທີ່ພົ້ນເດັ່ນ ຕະຫຼອດໄລຍະ 3 ເດືອນຜ່ານມາ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບ, ຈັດຕັ້ງປະຕິບັດຂົງເຂດວຽກງານຕາມພາລະບົດບາດຂອງຕົນ ກໍຄືຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ, ຂອງແຂວງ ແລະ ຂອງກອງບັນຊາການທະຫານແຂວງ, ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງ ເປັນຕົ້ນແມ່ນບັນຫາຢາເສບຕິດ, ສາດສະໜາ, ການລ່າສັດ, ຄົນເຂົ້າອອກເມືອງຜິດກົດໝາຍ ແລະ ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສຳເລັດເປັນຢ່າງດີ.
ໂອກາດນີ້, ສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ເນັ້ນໜັກໃຫ້ແຕ່ລະກົມກອງ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ຕໍ່ເນື່ອງ, ຖືເອົາການປະຕິບັດໜ້າທີ່ວິຊາສະເພາະເປັນສຳຄັນ ຕິດພັນກັບການຊຸກຍູ້ສົ່ງເສີມຄວາມກ້າວໜ້າ ຂອງພະນັກງານ-ນັັກຮົບ, ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນທ້ອງຖິ່ນ ກໍຄືກົມກອງ, ກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ, ສືບຕໍ່ພົວພັນຮ່ວມມືແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາໃຫ້ທັນກັບເວລາ ແລະ ສະພາບການ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















