ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ເຄື່ອນໄຫວຢ້ຽມຢາມ ແລະ ມອບເງິນຊ່ວຍເຫຼືອຫຼັງໄພພິບັດນ້ຳຖ້ວມ ຢູ່ຕາແສງກໍນ້ອຍ
ເວລາອອກຂ່າວ: 2026-09-30 14:51:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 427 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເງິນຈຳນວນ 5.000.000 ກີບ ຊ່ວຍເຫຼືອຫຼັງໄພພິບັດນໍ້າຖ້ວມ ຢູ່ຕາແສງກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ, ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ຄຳເຫຍືອ ໄຊຍະເກດ ປະທານຄະນະກຳມະການປົກຄອງ ຕາແສງກໍນ້ອຍ ພ້ອມດ້ວຍຄະນະ.
ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນການອຸປະຖຳຊ່ວຍເຫຼືອປະຊາຊົນຢູ່ຕາແສງກໍນ້ອຍຜູ້ປະສົບໄພພິບັດທຳມະຊາດ ເພື່ອເປັນການຟື້ນຟູທາງດ້ານຈິດໃຈ ທັງເປັນການສະແດງເຖິງຄວາມຫ່ວງໃຍຕໍ່ປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ ນອກນີ້, ຍັງສະແດງໃຫ້ເຫັນເຖິງຄວາມຮັກແພງສາມັກຄີ ລະຫວ່າງທະຫານ ກັບ ປະຊາຊົນ ຄື ປາກັບນ້ຳ ຍາມໃດກໍຕັດອອກຈາກກັນບໍ່ໄດ້ ໃຫ້ການໃສ່ໃຈ, ດູແລ ແລະ ແບ່ງເບົາຄວາມລຳບາກ ຂອງປະຊາຊົນ, ພ້ອມທັງເປັນການສ້າງຄວາມສາມັກຄີ, ຄວາມເອື້ອເຝື້ອເພື່ອແຜ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ສະຫາຍ ຄຳເຫຍືອ ໄຊຍະເກດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງອຸດົມໄຊ ທີ່ໃຫ້ການຊ່ວຍເຫຼືອທາງດ້ານເຫື່ອແຮງ ແລະ ວັດຖຸປັດໄຈ. ພ້ອມທັງຢືນຢັນວ່າ ຈະນໍາເອົາເງິນຈຳນວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການຟື້ນຟູ ແລະ ຊ່ວຍເຫຼືອຜູ້ປະສົບໄພຢ່າງເໝາະສົມ ແລະ ໂປ່ງໃສ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















