ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI)
ເວລາອອກຂ່າວ: 2026-09-30 14:25:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 440 | ຄວາມນິຍົມ:



ໃນລະຫວ່າງວັນທີ 22-23 ກັນຍາ 2026 ນີ້, ທ່ານ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ (NADI) ຢູ່ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ໃນຫົວຂໍ້: ການເສີມສ້າງຄວາມເປັນແກນກາງ ຂອງອາຊຽນ ຜ່ານກົນໄກ ທີ່ໄດ້ຮັບການຍົກລະດັບ ໃນການຍຶດໝັ້ນກົດໝາຍສາກົນ ແລະ ການສົ່ງເສີມລະບຽບການພາກພື້ນ ທີ່ອີງໃສ່ກົດເກນ ໂດຍການເປັນປະທານ ຂອງທ່ານ ພົນໂທ ນາງ ເນມ ໂສວັດໄຕ ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະ ການຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໂດຍມີ ຄະນະຜູ້ແທນ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ໂອກາດນີ້, ຄະນະຜູ້ແທນຝ່າຍລາວ ໄດ້ນຳສະເໜີບົດແລກປ່ຽນທັດສະນະ ຕໍ່ກອງປະຊຸມດັ່ງກ່າວວ່າ: ອາຊຽນ ຄວນເສີມສ້າງການສົນທະນາດ້ານຍຸດທະສາດ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ກົນໄກເຕືອນໄພລ່ວງໜ້າ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຕອບສະໜອງຢ່າງມີປະສິດທິຜົນ ຕໍ່ສິ່ງທ້າທາຍດ້ານຄວາມໝັ້ນຄົງໃນພາກພື້ນ ເຊັ່ນ: ໄພຂົ່ມຂູ່ທາງໄຊເບີ, ຄວາມໝັ້ນຄົງທາງທະເລ, ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ ແລະ ເຕັກໂນໂລຊີທີ່ເກີດຂຶ້ນໃໝ່. ຜ່ານກົນໄກການຮ່ວມມື ຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ(ADMM ແລະ ADMM-Plus) ອາຊຽນ ຄວນປ່ຽນການສົນທະນາໃຫ້ກາຍເປັນການຮ່ວມມືທີ່ເປັນຮູບປະທຳ ລວມທັງຄວາມພະຍາຍາມຮ່ວມກັນໃນການຕອບສະໜອງຕໍ່ໄພພິບັດ, ການຮັກສາສັນຕິພາບ, ການແພດທະຫານ, ການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງທາງໄຊເບີ ແລະ ການນຳໃຊ້ເຕັກໂນໂລຊີໃໝ່ຢ່າງມີຄວາມຮັບຜິດຊອບ. ນອກຈາກນີ້, ອາຊຽນ ຄວນສືບຕໍ່ສົ່ງເສີມການທູດແບບປ້ອງກັນຊາດ, ການສື່ສານ ແລະ ການປຶກສາຫາລື ເພື່ອປ້ອງກັນບໍ່ໃຫ້ຄວາມເຄັ່ງຕຶງ ແລະ ຂໍ້ຂັດແຍ່ງບານປາຍອອກໄປໂດຍຜ່ານການເຝິກອົບຮົມ, ການສຶກສາ, ການແລກປ່ຽນທາງວິຊາຊີບ ແລະ ການຮ່ວມມື ລະຫວ່າງ ສະຖາບັນປ້ອງກັນປະເທດ ແລະ ສະຖາບັນຄົ້ນຄວ້າຕ່າງໆ. ການຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ ຄວນດຳເນີນໄປ ໂດຍຍຶດໝັ້ນຕາມກົດບັດສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື (TAC) ແລະ ກົດໝາຍສາກົນ ພ້ອມທັງ ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງກິດຈະການພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ, ຄວາມແຕກຕ່າງ ຄວນໄດ້ຮັບການແກ້ໄຂຜ່ານການສົນທະນາ ແລະ ການປຶກສາຫາລື ໂດຍປາສະຈາກການນຳໃຊ້ກຳລັງ ຫຼື ການຂົ່ມຂູ່ຕ່າງໆ ຫຼື ການບັງຄັບຂົ່ມຂູ່ ຈາກບັນດາປະເທດມະຫາອຳນາດ. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບບົດບາດຄວາມເປັນແກນກາງ ຂອງອາຊຽນ ໃນສະພາບພູມສາດການເມືອງ ທີ່ກຳລັງປ່ຽນແປງ: ການຍຶດໝັ້ນກົດໝາຍສາກົນ ແລະ ການເສີມສ້າງລະບຽບການພາກພື້ນທີ່ອີງໃສ່ກົດເກນ, ໃນຖານະເປັນພື້ນຖານສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຂອງພາກພື້ນອາຊຽນ, ການເສີມສ້າງກົນໄກ ຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ເກີດຂຶ້ນໃໝ່ ພ້ອມນີ້, ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ນຳສະເໜີຫຼາຍບັນຫາທີ່ກຳລັງເຄັ່ງຮ້ອນຢູ່ພາຍໃນ ແລະ ນອກອາຊຽນ ເພື່ອພ້ອມກັນແກ້ໄຂບັນຫາຮ່ວມກັນໃຫ້ມີປະສິດທິພາບ-ປະສິດທິຜົນດີກວ່າເກົ່າ ຕື່ມອີກ. ໂດຍ: ນາງ ພອນ ເພັດສຸລິນທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ