ເມືອງສາລະວັນ ເປີດງານບຸນຊ່ວງເຮືອປະເພນີ ປະຈຳປີ 2026
ເວລາອອກຂ່າວ: 2026-09-30 09:43:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ: ![]()
ງານບຸນຊ່ວງເຮືອປະເພນີ ປະຈຳປີ 2026 ທີ່ເມືອງສາລະວັນ ແຂວງສາລະວັນ ໄດ້ເປີດຂຶ້ນຢ່າງເປັນທາງການ ດ້ວຍບັນ ຍາກາດຄຶກຄື້ນ ທີ່ຝາມໄຊ ບ້ານເຕົາປູນ (ຝັ່ງຊຽງຍືນ), ໃນວັນທີ 26 ກັນຍາ ນີ້, ໂດຍການເປັນ ປະທານຂອງ ທ່ານ ສະໄໝ ໂພທິສານ ກໍາມະການຄະນະປະຈຳພັກແຂວງ ເລຂາພັກເມືອງສາລະວັນ ປະ ທານຈັດງານບຸນຊ່ວງເຮືອປະ ເພນີ ປະຈຳປີ 2026, ໂດຍການ ເຂົ້າຮ່ວມຂອງ ທ່ານ ປະເດີມ ພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະ ການປົກຄອງແຂວງສາລະວັນ, ມີບັນດາການນຳຂັ້ນສູງຂອງແຂວງ, ອະດີດການນຳຂອງແຂວງ, ການນຳເມືອງ, ບັນດານັກທຸລະກິດຜູ້ປະກອບການພາຍ ໃນແຂວງ, ຕ່າງແຂວງ, ພາກ ສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດສີພາຍເຮືອຊ່ວງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສະໄໝ ໂພທິສານ ປະທານຈັດງານບຸນຊ່ວງເຮືອປະ ເພນີ ປະຈຳປີ 2026 ໄດ້ກ່າວເປີດງານ ຄັ້ງນີ້ວ່າ: ການຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2026, ເປັນການສືບສານວັດທະນະທຳ, ຮີດຄອງປະເພນີອັນດີງາມ ກໍຄືງານບຸນຊ່ວງເຮືອຂອງເມືອງສາລະວັນ ໄດ້ເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ ທັງພາຍໃນແຂວງ, ຕ່າງແຂວງ, ແຂກຕ່າງປະເທດ ແລະ ເປັນການ ສົ່ງເສີມໂຄສະນາການທ່ອງ ທ່ຽວ, ກິດຈະກຳການທ່ອງທ່ຽວ ຂອງເມືອງສາລະວັນ ທັງເປັນການເປີດກວ້າງການພັດທະນາເສດຖະກິດ-ການທ່ອງທ່ຽວຮອບດ້ານ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ, ດຶງດູດເອົາການລົງທຶນ, ການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາປະກອບສ່ວນພັດທະນາເມືອງສາລະວັນ, ສ້າງເມືອງສາລະວັນ ໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວ ໜ່ວຍພັດທະນາ ຕາມທິດ 3 ສ້າງ ທີ່ພັກ-ລັດຖະບານໄດ້ວາງໄວ້. ຈາກນັ້ນ, ໃນພິທີກໍໄດ້ມີການຕັດແຖບຜ້າ, ລັ່ນຄ້ອງ ແລະ ເປີດງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຢ່າງເປັນທາງການ. ໂອ ກາດດຽວກັນ ບັນດາການນຳກໍໄດ້ທ່ຽວຊົມຮ້ານວາງສະແດງສິນຄ້າ ແລະ ຊົມການແຂ່ງຂັນເຮືອຊ່ວງ.
ສຳລັບການແຂ່ງຂັນຊ່ວງ ເຮືອໃນປີນີ້ ມີເຮືອເຂົ້າຮ່ວມແຂ່ງ ຂັນທັງໝົດ 38 ຄະນະ, ມີເຮືອ 30 ລຳ ຊຶ່ງໄດ້ແບ່ງອອກເປັນ 3 ປະເພດ ຄື: ເຮືອ ຊ່ວງປະເພດ 12 ສີພາຍ (ຊາຍ-ຍິງ) ມີ 24 ຄະ ນະ, ເຮືອຊ່ວງເປີດກວ້າງທົ່ວໄປພາຍໃນແຂວງ ມີ 19 ລຳ, ຍິງ 4 ລຳ, ເຮືອປະເພດ 25-29 ສີພາຍ (ຊາຍ-ຍິງ) ມີ 8 ຄະນະ, ມີ 5 ລຳ ແລະ ປະເພດ 35 ສີພາຍ (ຊາຍ) ມີ 6 ລຳ, 6 ຄະນະ, ໂດຍການຈັດການແຂ່ງຂັນແບ່ງອອກເປັນ 2 ມື້ ຄື: ວັນທີ 25 ກັນຍາ ເປັນການແຂ່ງຂັນເຮືອຊ່ວງພາຍໃນເມືອງ ປະເພດ 12 ສີພາຍ (ຊາຍ-ຍິງ) ພ້ອມຊີງຊະນະເລີດ ແລະ ວັນທີ 26 ກັນຍາ ເປັນການແຂ່ງຂັນເຮືອຊ່ວງ ປະເພດ 29 ສີພາຍ (ຊາຍ-ຍິງ) ແລະ ປະເພດ 35 ສີພາຍ (ຊາຍ) ພ້ອມຊິງຊະນະເລີດ ແລະ ມອບລາງວັນທຸກປະເພດ.
ທັງນີ້ກໍເພື່ອເປັນການສ້າງຄວາມສາມັກຄີມິດຕະພາບ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກກິລາສີພາຍເຮືອຊ່ວງ ພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ໄດ້ພົບປະແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ, ທັງເປັນການພັດທະນານັກກິລາໃຫ້ມີສີມືນັບດີຂຶ້ນເລື້ອຍໆ.
ຂ່າວ: ອ່ອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















