ແຂວງຈຳປາສັກ ປະກາດພະນັກງານນຳພາ-ຄຸ້ມຄອງດ່ານສາກົນວັງເຕົ່າ
ເວລາອອກຂ່າວ: 2026-09-30 09:42:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ: ![]()
ແຫຼ່ງຂ່າວຈຳປາສັກໃຫ້ຮູ້ ວ່າ: ວັນທີ 28 ກັນຍາ 2026, ທີ່ ດ່ານສາກົນວັງເຕົ່າ ແຂວງຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງ ສະຫາຍ ສົມສີ ມະນີນິນ ກໍາມະການຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳ ປາສັກ, ມີ ສະຫາຍ ຄຳປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມ ດ້ວຍຄະນະປັບປຸງກົງຈັກການ ຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະ ພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ນາງ ສົມບູນ ແກ້ວພະນາໄພ ຮອງຫົວໜ້າຄະ ນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກ ລົງຂອງຄະນະກຳມະການປົກ ຄອງແຂວງ, ຜ່ານຂໍ້ຕົກລົງຄະ ນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຮອງຫົວ ໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ສຸກສັນ ເທບວົງສາ ແລະ ສະຫາຍ ສົມພອນ ສີລິກຸນ ເປັນຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ. ພ້ອມນີ້, ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ຂອງຄະ ນະຄຸ້ມຄອງດ່ານສາກົນວັງເຕົ່າ ໂດຍແຕ່ງ ສະຫາຍ ເດດອຸດົມ ສະຫວັດທະສິນ ເປັນຫົວໜ້າຫ້ອງບໍລິຫານດ່ານສາກົນວັງເຕົ່າ, ສະຫາຍ ວິລັດ ໝັ້ນຄົງ ເປັນຫົວໜ້າຂະແໜງກັກກັນ, ແຕ່ງຕັ້ງສະຫາຍ ນາງ ໄຂ່ແກ້ວ ແກ້ວໂກມິນ ແລະ ສະຫາຍ ບຸນທະວີ ລາດຊະພົນ ເປັນຮອງຫົວໜ້າຫ້ອງບໍລິຫານດ່ານສາກົນວັງເຕົ່າ, ສະ ຫາຍ ເພັດສະໝອນ ພົມມີ ແລະ ສະຫາຍ ໂພໄຊ ຈັນທະວົງ ເປັນຮອງຫົວໜ້າຂະແໜງກັກກັນ.
ຕອນທ້າຍພິທີ, ທ່ານ ສົມສີ ມະນີນິນ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ ເພື່ອເປັນບ່ອນອີງໃນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີຜົນສຳ ເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ທູນທອງໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















