ສປ ຈີນ ແລະ ອາເມຣິກາ ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບນຳກັນ 8 ຂໍ້
ເວລາອອກຂ່າວ: 2026-09-30 09:38:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ: ![]()
ການຢ້ຽມຢາມຄັ້ງປະຫວັດ ສາດ ໃນລະຫວ່າງວັນທີ 23-25 ກັນຍາ ຜ່ານມາ, ໄດ້ນຳພາການພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ລະຫວ່າງຈີນ-ອາເມຣິກາ ໄປສູ່ການຂະຫຍາຍຕົວໃໝ່, ໄດ້ສົ່ງສັນຍານທາງບວກວ່າ ຈີນ-ອາເມຣິກາ ກຳລັງຈະກ້າວເດີນຕາມທິດທາງດຽວກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໄດ້ເສີມສ້າງເນື້ອໃນໃໝ່ຕື່ມອີກໃຫ້ແກ່ຕຳແໜ່ງໃໝ່ຂອງການພົວພັນລະຫວ່າງ ຈີນ-ອາເມຣິກາ, ສອງຝ່າຍຕົກລົງທີ່ຈະສ້າງ “ການພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນລະຫວ່າງຈີນ-ອາເມຣິກາ ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະ ກັນ, ຍຸຕິທຳ ແລະ ສະເໝີພາບກັນ”, ໄດ້ໃຫ້ການຊີ້ນຳດ້ານຍຸດທະສາດທີ່ຊັດເຈນກວ່າເກົ່າເຂົ້າໃນການຄົ້ນຄວ້າຫາລືກ່ຽວກັບວິທີຢູ່ຮ່ວມກັນຂອງສອງປະເທດໃຫຍ່ຈີນ-ອາເມຣິກາ; ໄດ້ສ້າງພື້ນທີ່ໃໝ່ດ້ານການຮ່ວມມືລະຫວ່າງຈີນ-ອາເມຣິກາ; ໄດ້ສ້າງຂົວມິດ ຕະພາບໃໝ່ລະຫວ່າງຈີນ-ອາເມຣິກາ; ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບໃໝ່ໃນຖານະປະເທດໃຫຍ່.
ຕອນເຊົ້າວັນທີ 25 ກັນຍາ ຜ່ານມາ, ຕາມເວລາທ້ອງຖິ່ນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ທ່ານ ນາງເຜີງລີ້ຢວນ ພັນລະຍາ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ພ້ອມດ້ວຍ ທ່ານ ນາງ ເມລາເນຍ ພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ພ້ອມສົນທະນາກັນລະຫວ່າງຄອບຄົວສອງການນຳແບບສ່ວນຕົວເປັນກັນເອງ ຢູ່ທຳນຽບຂາວ. ໃນນັ້ນ, ປະມຸກລັດສອງປະເທດເຫັນດີຮ່ວມກັນວ່າ ຈະເພີ່ມເນື້ອໃນຂອງຕຳແໜ່ງສາຍພົວພັນຈີນ-ອາເມຣິກາ ໃຫ້ອຸດົມສົມບູນຂຶ້ນຕື່ມອີກ, ຮ່ວມກັນສ້າງ“ສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດ ທີ່ສ້າງສັນບົນພື້ນຖານແຫ່ງຄວາມເຄົາລົບເຊິ່ງກັນ ແລະ ກັນ, ຍຸຕິທຳ ແລະ ສະ ເໝີພາບກັນ”.
ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ນີ້ແມ່ນການເດີນທາງມາຢ້ຽມ ຢາມນະຄອນຫຼວງວໍຊິງຕັນ ແລະ ຢ້ຽມຢາມອາເມຣິກາ ທາງລັດຖະກິດ ອີກຄັ້ງຂອງຂ້າພະເຈົ້າໃນຮອບ 11 ປີຜ່ານມາ. ໃນການຢ້ຽມຢາມຄັ້ງນີ້ ພວກເຮົາໄດ້ ເພີ່ມເນື້ອໃນຂອງຕຳແໜ່ງສາຍພົວພັນຈີນ-ອາເມຣິກາ ໃຫ້ອຸດົມສົມບູນຂຶ້ນຕື່ມອີກ, ເຫັນດີຮ່ວມກັນສ້າງ “ສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ບົນພື້ນຖານແຫ່ງຄວາມເຄົາລົບເຊິ່ງກັນແລະກັນ, ຍຸຕິທຳ ແລະ ສະເໝີພາບກັນ”, ໃນຂົງເຂດເສດຖະກິດການຄ້າກໍໄດ້ຮັບໝາກຜົນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງຈະໄດ້ຮັບຄວາມຊົມເຊີຍຈາກປະຊາຊົນສອງຊາດ ກໍຄືປະຊາຄົມໂລກ.
ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ສາຍພົວພັນຈີນ-ອາເມຣິກາ ມີອະນາຄົດທີ່ສົດໃສ, ນີ້ແມ່ນທ່າອ່ຽງລວມທາງປະຫວັດສາດ. ພ້ອມກັນນັ້ນ, ເສັ້ນທາງທີ່ກ້າວໄປສູ່ຄວາມສົດໃສມັກຈະເປັນເສັ້ນທາງທີ່ຄົດລ້ຽວ, ມັກຈະປະສົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ເຊິ່ງສອດຄ່ອງກັບກົດເກນແຫ່ງການພັດທະນາ. ຂ້າພະເຈົ້າ ຍິນດີຮ່ວມກັບ ທ່ານ ປະທານາທິບໍດີ ໂດນັນ ທຣຳ, ໃຊ້ຄວາມກ້າຫານ ແລະ ຄວາມຮັບຜິດຊອບຕໍ່ປະຫວັດສາດ ເພື່ອຮ່ວມກັນຂຽນໜ້າໜຶ່ງທີ່ໂດດເດັ່ນໃນປະຫວັດການພັດທະນາສາຍພົວພັນ ຈີນ-ອາເມຣິກາ.
ທ່ານ ໂດນັນ ທຣຳ ກ່າວວ່າ: ການຢ້ຽມຢາມອາເມຣິກາທາງລັດຖະກິດຂອງທ່ານ ປະທານ ສີ ຈິ້ນຜິງ ໃນຄັ້ງນີ້ ແມ່ນການຢ້ຽມ ຢາມຄັ້ງໜຶ່ງທີ່ສ້າງສັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສອງຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບສາຍພົວພັນອາເມຣິກາ-ຈີນ ກໍຄື ບັນຫາສຳຄັນໃນພາກພື້ນ ແລະ ສາກົນ, ໄດ້ຮັບໝາກ ຜົນທີ່ຕັ້ງໜ້າຫຼາຍຢ່າງ ແລະ ມີຜົນດີຕໍ່ສອງປະເທດ. ຂ້າພະເຈົ້າຄອງຄອຍທີ່ຈະສືບຕໍ່ຮັກສາການແລກປ່ຽນຢ່າງໃກ້ຊິດກັບ ທ່ານ ປະທານ ສີ ຈິ້ນຜິງ ເພື່ອຮ່ວມກັນນຳພາການພັດທະນາສາຍພົວ ພັນ ອາເມຣິກາ-ຈີນ.
ຖັດຈາກນັ້ນ ປະມຸກລັດຂອງຈີນ ແລະ ອາເມຣິກາ ພ້ອມດ້ວຍພັນລະຍາ ໄດ້ໄປທັດສະນະສຶກສາຢູ່ສູນສຳເນົາເອກະສານແຫ່ງຊາດອາເມຣິກາ. ໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ: ການສຳເນົາເອກະສານໄດ້ບັນຈຸສະຕິປັນຍາຂອງບັນພະບຸລຸດ, ທັງເປັນບັນ ດານໃຈຕໍ່ອະນາຄົດ. ຕະຫຼອດໄລຍະ 250 ປີຜ່ານມາ, ປະຊາຊົນອາເມຣິກາ ສະແຫວງຫາຄວາມໃຝ່ຝັນຂອງອາເມຣິກາ, ໂດຍໄດ້ສ້າງປະເທດທີ່ຮັ່ງມີເຂັ້ມແຂງ ແລະ ສວຍງາມຢູ່ທະວີບອາເມຣິກາເໜືອ. ປະຊາຊົນຈີນໄດ້ສືບທອດອະລິຍະທຳ 5.000 ປີຂອງປະຊາຊາດຈີນ, ຍາດໄດ້ຜົນງານ
ໃໝ່ຢ່າງບໍ່ຢຸດຢັ້ງບົນຂະບວນການໃໝ່ ເພື່ອບັນລຸຄວາມໃຝ່ຝັນຂອງຈີນທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະ ຊາຊາດຈີນ. ຈີນ ແລະ ອາເມຣິ ກາແມ່ນປະເທດທີ່ມີເອກະລັກຂອງຕົນ, ເຖິງວ່າສອງປະເທດມີຄວາມແຕກຕ່າງກັນໃນດ້ານປະ ຫວັດສາດ, ວັດທະນະທຳ, ລະ ບອບສັງຄົມ ແລະ ເສັ້ນທາງການພັດທະນາ ກໍຕາມ, ແຕ່ປະຊາຊົນສອງຊາດມີຄວາມປາຖະໜາຕໍ່ຊີວິດການເປັນຢູ່ອັນດີງາມທີ່ຄ້າຍຄືກັນ. ການຍອມຮັບ ແລະ ເຄົາລົບຄວາມແຕກຕ່າງຂອງ ກັນ ແລະ ກັນ, ເຂົ້າໃຈກັນ ແລະ ຖອດຖອນບົດຮຽນນຳກັນ, ຄົ້ນຫາຜົນປະໂຫຍດຮ່ວມຫຼາຍທີ່ ສຸດ, ເປີດກວ້າງບັນຊີລາຍຊື່ແຫ່ງການຮ່ວມມື ແລະ ຄວບຄຸມຄວາມຂັດແຍ້ງກັນຢ່າງເໝາະສົມຈະເຮັດໃຫ້ສາຍພົວພັນສອງປະເທດສາມາດກ້າວເດີນໄປໄກຢ່າງໝັ້ນທ່ຽງ.
ການຢ້ຽມຢາມຄັ້ງນີ້, ປະມຸກລັດສອງປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກ ເຊິ່ງກ່ຽວກັບສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ລະຫວ່າງຈີນ-ອາເມຣິກາ ແລະ ບັນຫາສຳຄັນສາກົນ ແລະ ພາກພື້ນ, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນ 8 ຂໍ້, ເຊິ່ງມີເນື້ອໃນດັ່ງນີ້:
ໜຶ່ງ, ສອງຝ່າຍເຫັນດີສ້າງສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ລະຫວ່າງຈີນ-ອາເມຣິກາ ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ ຍຸຕິທຳ ແລະ ສະເໝີພາບກັນ.
ສອງ, ສອງຝ່າຍເຫັນດີສະ ໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຈັດກອງປະຊຸມ ບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກ ແລະ ກອງປະຊຸມສຸດຍອດກຸ່ມ 20 ປະເທດ ຫຼື G20 ໃຫ້ດີ. ປະມຸກລັດສອງປະເທດສະແດງເຈດຈຳນົງຈະເຂົ້າຮ່ວມກອງ ປະຊຸມທີ່ອີກຝ່າຍໜຶ່ງເປັນເຈົ້າ ພາບ.
ສາມ, ປະມຸກລັດສອງປະເທດເຫັນດີນຳກັນວ່າ ອີຣານ ຄວນປະຕິບັດຕາມຄຳໝັ້ນສັນຍາທີ່ຈະບໍ່ພັດທະນາອາວຸດນິວເຄລຍ, ປະເທດ ຫຼື ອົງການຈັດຕັ້ງໃດໆ ລ້ວນແຕ່ບໍ່ຄວນເກັບຄ່າທຳນຽມຕໍ່ເສັ້ນທາງນ້ຳສາກົນ.
ສີ່, ປະມຸກລັດສອງປະເທດທົບທວນຄືນເຖິງ ຈີນ ແລະ ອາເມຣິກາ ເປັນພັນທະມິດກັນໃນສົງຄາມໂລກ ຄັ້ງທີ 2, ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນ ແລະ ຍາດໄດ້ໄຊຊະນະໃນສົງຄາມ.
ຫ້າ, ປະມຸກລັດສອງປະເທດຍອມຮັບບົດບາດທີ່ຕັ້ງໜ້າຂອງກົນໄກການເຈລະຈາເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາ ແລະ ຜົນຂອງການເຈລະຈາລະຫວ່າງທີມງານເສດຖະກິດການຄ້າສອງຝ່າຍ, ເຊິ່ງລວມທັງ ການສ້າງຕັ້ງ ແລະ ການພັດທະນາກົນໄກຕ່າງໆ ເຊັ່ນ: ສະພາການຄ້າ ແລະ ອື່ນໆ, ການບັນລຸມາດຕະການຫຼຸດພາສີແບບເທົ່າທຽມກັນສຳລັບສິນຄ້າທີ່ມີມູນຄ່າ “30 ຕື້ໂດລາສະຫະລັດ”, ແກ່ຍາວເວລາປະຕິບັດຜົນການເຈລະຈາເສດຖະກິດການຄ້າຢູ່ນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ແລະ ອື່ນໆ, ທັງຊີ້ນຳໃຫ້ຈັດຕັ້ງປະຕິບັດຕົວຈິງຕາມທີ່ໄດ້ຕົກລົງກັນ.
ຫົກ, ການຮ່ວມມືລະຫວ່າງພາກສ່ວນປາບປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍລະ ຫວ່າງຈີນ-ອາເມຣິກາ ໄດ້ຮັບໝາກຜົນທີ່ສາມາດເຫັນໄດ້ຢ່າງຊັດເຈນ.
ເຈັດ, ສອງຝ່າຍເຫັນດີສ້າງຕັ້ງການສົນທະນາກ່ຽວກັບປັນຍາປະດິດລະຫວ່າງຈີນ-ອາເມຣິກາ, ແລກປ່ຽນຄວາມສ່ຽງ ແລະ ຜົນປະໂຫຍດກ່ຽວກັບປັນຍາປະດິດ. ການສົນທະນາຄັ້ງຕໍ່ໄປຈະຈັດຂຶ້ນໃນເດືອນພະຈິກ ປີ 2026 ນີ້. ສອງຝ່າຍເຫັນດີສ້າງ ຕັ້ງຊ່ອງທາງແລກປ່ຽນສຳລັບບັນຫາທີ່ກ່ຽວຂ້ອງກັບປັນຍາປະດິດ.
ແປດ, ອາເມຣິກາ ສະແດງຄວາມຍິນດີຕ້ອນຮັບ ໝີແພນດ້າຄູ່ໜຶ່ງ ທີ່ຈີນໃຫ້ຢືມມາຍັງສວນສັດແອັດແລນຕາຂອງອາເມຣິກາ.
ນອກນີ້, ກອງທັບຈີນ ແລະ ອາເມຣິກາ ຕົກລົງເຫັນດີທີ່ຈະລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການແລກປ່ຽນ ແລະ ປ້ອງກັນວິກິດການໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ສືບຕໍ່ຮ່ວມມືໃນການຄົ້ນຫາຊາກສົບຂອງທະຫານອາເມຣິກາ ທີ່ຫາຍສາບສູນຢູ່ຈີນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















