ອົດສະຕຣາລີ ມີອັດຕາການວ່າງງານສູງເກີນຄາດຄະເນ
ເວລາອອກຂ່າວ: 2026-09-30 09:35:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ສຳນັກຂ່າວອິນໂຟເຄວສລາຍງານ, ໂດຍອີງຕາມສຳນັກ ງານສະຖິຕິ ແຫ່ງຊາດ ອົດສະຕຣາລີ ເປີດເຜີຍໃນວັນທີ 24 ກັນຍາ ວ່າ, ອັດຕາການວ່າງງານ ຂອງອົດສະຕຣາລີ ໄດ້ປັບຕົວເພີ່ມຂຶ້ນສູ່ລະດັບ 4,6% ໃນເດືອນສິງຫາ ຈາກລະດັບ 4,5% ໃນເດືອນ ກໍລະກົດ ເຊິ່ງເປັນຕົວເລກສູງກວ່າ ທີ່ນັກວິເຄາະຄາດການໄວ້ ຈະຢູ່ທີ່ 4,5%.
ອັດຕາການວ່າງງານ ໄດ້ປັບຕົວສູງຂຶ້ນ ເຖິງແມ່ນວ່າຕົວເລກການຈ້າງງານຈະເພີ່ມຂຶ້ນຢ່າງແຂງແຮງກໍຕາມ ໂດຍຕົວເລກການຈ້າງງານ ໃນເດືອນສິງຫາ ເພີ່ມຂຶ້ນ 39.500 ຕຳແໜ່ງ, ເປັນຕົວເລກຫລາຍກວ່າທີ່ນັກວິເຄາະຄາດວ່າ ຈະເພີ່ມຂຶ້ນພຽງແຕ່ 20.000 ຕຳແໜ່ງເທົ່ານັ້ນ. ໃນຂະນະທີ່ ອັດຕາການມີສ່ວນຮ່ວມໃນກຳລັງແຮງງານ ໄດ້ປັບຕົວເພີ່ມຂຶ້ນສູ່ລະດັບ 67,1% ໃນເດືອນສິງຫາ ຈາກ ລະດັບ 66,9% ໃນເດືອນກໍລະກົດ.
ຂໍ້ມູນດັ່ງກ່າວ ຖືເປັນຕົວເລກເສດຖະກິດ ທີ່ສຳຄັນລາຍການສຸດທ້າຍ ທີ່ຄະນະກຳມະການ ກຳນົດນະໂຍບາຍການເງິນ ຂອງທະນາຄານກາງ ອົດສະຕຣາລີ (RBA)ຈະນຳມາພິຈາ ລະນາ ກ່ອນການປະຊຸມ ແລະ ວາງທິດທາງຕໍ່ໄປ ໃນວັນທີ 28-29 ກັນຍານີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















