ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ
ເວລາອອກຂ່າວ: 2026-09-30 09:34:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມ ອອນໄລ (VOVWORLD) ວັນທີ 28 ກັນຍາ, ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖືເປັນສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານ ກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ.
ວັນທີ 26 ກັນຍາ, ທີ່ສຳນັກ ງານກະຊວງປ້ອງກັນປະເທດ ອານເຊຣີ, ທ່ານ ພົນເອກ Said Chengriha ຮັກສາການ ລັດຖະມົນຕີກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ອານເຊຣີ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະເຈລະຈາກັບຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບປະຊາຊົນ ຫວຽດນາມ ນຳໂດຍທ່ານ ພົນເອກ ຫວຽນຈ້ອງເງັ້ຍ ຫົວໜ້າການເມືອງກອງທັບປະຊາ ຊົນ ຫວຽດນາມ.
ກ່າວຄຳເຫັນຊົມເຊີຍ, ທ່ານພົນເອກ Said Chengriha ໄດ້ຕີລາຄາວ່າ ການຢ້ຽມຢາມແມ່ນບາດກ້າວໃໝ່ ເພື່ອເພີ່ມທະວີການຮ່ວມມືດ້ານການທະຫານ, ປະກອບສ່ວນນຳການຮ່ວມມືລະຫວ່າງສອງກອງທັບໃຫ້ກ້າວເຂົ້າສູ່ລະດັບສູງໃໝ່, ຮັບໃຊ້ຜົນປະໂຫຍດຂອງສອງປະເທດ. ພ້ອມຢືນຢັນວ່າ, ກອງທັບປະ ຊາຊົນແຫ່ງຊາດ ອານເຊຣີ ຖືເປັນ ສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດ ແມ່ນປະຫວັດສາດການທະຫານ, ບຳລຸງສ້າງ ແລະ ອຸດສາຫະກຳປ້ອງກັນປະເທດ.
ທ່ານ ພົນເອກ ຫງວຽນຈ້ອງເງັ້ຍ ຊີ້ແຈ້ງວ່າ, ເພື່ອເຮັດໃຫ້ ການຮ່ວມມືດ້ານປ້ອງກັນປະ ເທດລະຫວ່າງສອງປະເທດໃນອະນາຄົດໃຫ້ເລິກເຊິ່ງກວ່າ, ສອງຝ່າຍຕ້ອງສືບຕໍ່ຮ່ວມມືກັນບຳ ລຸງສ້າງ; ອຸດສາຫະກຳດ້ານປ້ອງກັນຊາດ, ພາລະທິການ; ໂຄ ສະນາ, ໜູນຊ່ວຍເພື່ອນມິດສາກົນ ແລະ ປະຊາຊົນສອງປະເທດເຂົ້າໃຈກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອອັນລໍ້າຄ່າ ລະຫວ່າງສອງປະເທດ, ສອງກອງທັບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















