ລົດແກ້ວ ນັກກິລາແລ່ນຜູ້ບໍ່ເຄີຍຍອມແພ້ຕໍ່ຂີດຈຳກັດ
ເວລາອອກຂ່າວ: 2026-09-30 09:31:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ: ![]()
ນາງ ລົດແກ້ວ ອິນທະກຸມມານ ເປັນໜື່ງໃນນັກກິລາແລ່ນໄລຍະໄກ ແລະ ໄລຍະກາງທີມຊາດລາວທີ່ມີຊື່ສຽງໂດດເດັ່ນ ເຊິ່ງໄດ້ສ້າງຜົນງານ ແລະ ຊື່ສຽງໃຫ້ກັບປະເທດຊາດຢ່າງຕໍ່ເນື່ອງ. ອາຍຸໄດ້ 31 ປີ, ຮຽນຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະວະນິຍະສາດ (Faculty of Forestry). ເຊິ່ງກ່ອນເຂົ້າວົງການກິລາ ຈຸດເລີ່ມຕົ້ນແມ່ນ ລົດແກ້ວ ເປັນຄົນທີ່ມັກການຫຼິ້ນກິລາ ແລະ ມີຄວາມອົດທົນສູງ ເຊິ່ງເບື້ອງຕົ້ນໄດ້ເລີ່ມຈາກ ການເປັນນັກກິລາ ຈາກການຄັດເລືອກໃນງານກິລາຕ່າງໆ ພາຍໃນປະເທດ ຈົນກ້າວເຂົ້າສູ? ການເປັນນັກກິລາ ທີມຊາດລາວ ປະເພດແລ່ນລານ ດ້ວຍຄວາມສາມາດ ແລະ ຄວາມມຸ່ງໝັ້ນທີ່ໂດດເດັ່ນໃນປະເພດແລ່ນໄລຍະທາງໄກ.
ໄລຍະຜ່ານມາ ນາງໄດ້ສ້າງຜົນງານອັນເປັນປະຫວັດສາດ ແລະ ຖືຄອງສະຖິຕິລະດັບຊາດຫຼາຍລາຍການໃນກິລາປະເພດແລ່ນຂອງລາວຄື: ງານມະຫະກຳກິລາຊີເກມ ຊີເກມ 2013 ທີ່ນະຄອນຫຼວງເນປີດໍ ປະເທດມຽນມາ ສາມາດຄວ້າ ຫຼຽນທອງ ປະເພດແລ່ນ 10.000 ແມັດຍິງ, ຊີເກມ 2017 ທີ່ກົວລາລຳເປີ ປະເທດມາເລເຊຍ: ຄວ້າຫຼຽນທອງປະເພດແລ່ນ 1.500 ແມັດຍິງ; ຍັງໄດ້ແຂ່ງຂັນລະດັບສາກົນ ແລະ ງານມາຣາທອນ ສາມາດເປັນເຈົ້າຄອງແຊັມໃນການແລ່ນໄລຍະທາງ 10 ກິໂລແມັດ ແລະ ຮາບມາຣາທອນ (Half Marathon) ຫຼາຍເວທີ ທັງໃນປະເທດ ແລະ ຕ່າງປະເທດ ເຊັ່ນ: ການແຂ່ງຂັນ ບູຣີຣຳ ມາຣາທອນ (Buriram Marathon) ປະເທດໄທ ທີ່ລາວເຄີຍຄວ້າອັນດັບ 1 ປະເພດ 10 ກິໂລແມັດ ຍິງ ຫຼາຍສະໄໝ; ສາມາດຄວ້າ 2 ຫຼຽນຄຳ ຈາກການແຂ່ງຂັນກິລາແລ່ນ-ລານຊີງຊະນະເລີດ ທີ່ປະເທດສິງກະໂປ ໃນປີ 2023.
ສະຖິຕິປະຈຳຕົວທີ່ລົດແກ້ວສາມາດເຮັດໄດ້ຜ່ານມາ ແລ່ນ 800 ແມັດ: 2:13,16 ນາທີ (ສ້າງສະຖິຕິປີ 2019), ແລ່ນ 1.500 ແມັດ: 4:33,95 ນາທີ (ສ້າງສະຖິຕິປີ 2022 ເປັນສະຖິຕິລະດັບຊາດ), ແລ່ນຮາບມາຣາທອນ (Half Marathon- 21,1 ກິໂລແມັດ): 1:19:22 ຊົ່ວໂມງ (ສ້າງສະຖິຕິໃນເດືອນມັງກອນ 2024). ເວົ້າລວມແລ້ວ ນາງ ລົດແກ້ວ ອິນທະກຸມມານ ຖືເປັນແບບຢ່າງອັນດີງາມຂອງນັກກິລາເພດຍິງລາວ ທີ່ເຕັມໄປດ້ວຍ ຄວາມອົດທົນ ພະຍາຍາມເຝິກຊ້ອມ ຈົນສາມາດສ້າງຊື່ສຽງໃຫ້ປະເທດຊາດໃນເວທີພາກພື້ນ ແລະ ສາກົນຢ່າງໜ້າພາກພູມໃຈ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















