ຈື່ໄດ້ບໍ່ ເຈົ້າຂອງ 5 ຫຼຽນຄຳກິລາແຫ່ງຊາດ
ເວລາອອກຂ່າວ: 2026-09-30 09:30:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ: ![]()
ທ້າວ ພອນສະຫວັນ ວົງພະຈັນ ຫຼື ຕົ້ນນ້ຳ ນັກກິລາລອຍນ້ຳດາວຮຸ່ງອາຍຸ 14 ປີ ຖືເປັນໜຶ່ງໃນຄວາມຫວັງໃໝ່ຂອງວົງການກິລາລອຍນ້ຳລາວ ທີ່ຮັກສາສະຖິຕິ ແລະ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນຮຸ່ນອາຍຸຂອງຕົນ. ເຊິ່ງຕົ້ນນ້ຳ
ມີຄວາມມັກ ແລະ ຫຼົງໄຫຼໃນກິລາລອຍນ້ຳຕັ້ງແຕ່ຍັງເປັນເດັກນ້ອຍ ໂດຍໄດ້ຮັບການສະໜັບສະໜູນຈາກຄອບຄົວ ແລະ ຜ່ານການເຝິກຊ້ອມຢ່າງໜັກໜ່ວງໃນສະໂມສອນລອຍນ້ຳ ເຮັດໃຫ້ນ້ອງ ມີຄວາມພັດທະນາການທີ່ກ້າວກະໂດດ ດ້ວຍຄວາມຸ້ງມັ້ນ ແລະ ມີວິໄນໃນການເຝິກຊ້ອມ ເຮັດໃຫ້ທັກສະ ແລະ ຄວາມໄວຂອງນ້ອງພັດທະນາຂຶ້ນໄດ້ຢ່າງວ່ອງໄວ ຈົນສາມາດກ້າວຂຶ້ນມາເປັນ 1 ໃນນັກກິລາລອຍນ້ຳແຖວໜ້າໃນຮຸ່ນອາຍຸຂອງຕົນ ທີ່ຖືກຈັບຕາເບິ່ງໃນວົງການກິລາລາວ.
ໃນຜ່ານມາສາມາດສ້າງຜົນງານອັນໂດດເດັ່ນ ແລະ ເວທີການແຂ່ງຂັນ ສ້າງຊື່ສຽງໃນລະດັບຊາດເປັນທີ່ຈົດຈຳຂອງແຟນກິລາລາວຈາກການລົງຊິງໄຊ ແລະ ສ້າງຜົນງານອັນຍອດຢ້ຽມໃນລາຍການແຂ່ງຂັນລະດັບປະເທດ ເຊັ່ນ: ການແຂ່ງຂັນກິລາລອຍນ້ຳລາຍການຕ່າງໆ ລວມເຖິງການເປັນນັກກິລາລຸ້ນອາຍຸໜຸ່ມທີ່ເຮັດເວລາໄດ້ດີ.
ນ້ອງຍັງໄດ້ຮັບໂອກາດເປັນຕົວແທນໄປແຂ່ງຂັນໃນເວທີຕ່າງປະເທດໃນການຍາດຫຼຽນລາງວັນ 2 ຫຼຽນທອງ ໃນລາຍການ AOSI Short Course Swimming Championships Bangkok 2026 ທີ່ບາງກອກ ປະເທດໄທ, ໄດ້ລົງແຂ່ງຂັນໃນນາມ Vientiane Swimming Federation ແລະ ໄດ້ອັນດັບ 3 ຮຸ່ນອາຍຸ 14 ປີ ໃນລາຍການຟຣີສະໄຕ 100 ແມັດ ດ້ວຍເວລາ 57,52 ວິນາທີ ແລະ 200 ແມັດ ດ້ວຍເວລາ 2:05,34 ວິນາທີ.
ຈາກ 5 ຫຼຽນຄຳໃນບ້ານເຮົາສູ່ການຂຶ້ນຮັບຫຼຽນໃນການແຂ່ງຂັນຢູ່ໄທ, ນີ້ເປັນອີກຜົນງານໜຶ່ງຂອງນັກລອຍນ້ຳລາວຮຸ່ນໃໝ່. ພອນສະຫວັນ ວົງພະຈັນ ຖືເປັນ
ອີກໜຶ່ງກຳລັງເສີມສຳຄັນທີ່ອະນາຄົດໄກຂອງວົງການກິລາລອຍນ້ຳລາວ ທີ່ປະເທດຊາດຝາກຄວາມຫວັງໄວ້ໃນການສ້າງຊື່ສຽງໃນເວທີພາກພື້ນ ແລະ ສາກົນໃນຮຸ່ນຕໍ່ໄປ. ມາຮ່ວມສົ່ງກຳລັງແຮງໃຈໃຫ້ “ຕົ້ນນ້ຳ” ສືບຕໍ່ເຝິກຊ້ອມ ແລະ
ພັດທະນາຜົນງານໃນລາຍການຕໍ່ໆ ໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















