ອັດຕະປື ກວດພົບຄະດີສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍຫຼາຍຕື້ກີບ
ເວລາອອກຂ່າວ: 2026-09-29 09:19:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ແຂວງອັດຕະປື ສະຫຼຸບຜົນ ງານກວດກາໃນໄລຍະ 5 ປີ (2021-2025) ພົບວ່າໄດ້ດຳ ເນີນຄະດີຕໍ່ພະນັກງານ-ລັດຖະ ກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງ, ການສໍ້ໂກງຊັບສິນ, ການປອມແປງເອກະສານແລະ ການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳ ນວນຫຼວງຫຼາຍ.
ທ່ານ ສູວັນສີ ແກ້ວວີເສີດປະທານຄະນະກວດກາພັກ, ປະທານອົງການກວດກາລັດແລະຫົວໜ້າຕ້ານການສໍ້ລາດບັງຫຼວງ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກວດກາ 5 ປີເມື່ອວັນທີ 22 ກັນ ຍາຜ່ານມາວ່າ: ໃນໄລຍະ 2021-2023 ອົງການກວດກາລັດ ແຂວງຮ່ວມກັບຄະນະສະເພາະກິດແຂວງໄດ້ດຳເນີນຄະດີຕໍ່ພະ ນັກງານ-ລັດຖະກອນທີ່ລະເລີຍຕໍ່ໜ້າທີ່, ປິດບັງການກະທຳຜິດ, ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມຈຳນວນ 2 ຄະດີ, ມີຜູ້ກະທຳຜິດລວມ 15 ຄົນ, ໃນນັ້ນ ເປັນຍິງ 6 ຄົນແລະເສຍຊີວິດ 1 ຄົນ,
ໃນຈຳນວນດັ່ງກ່າວເປັນຄະດີສໍ້ລາດບັງຫຼວງ 2 ຄົນ, ເປັນຍິງ 2 ຄົນ,
ຄະດີມີມູນຄ່າຄວາມເສຍຫາຍຫຼາຍກວ່າ3 ຕື້ກີບ ແລະ ສາມາດເກັບກູ້ຄືນໄດ້ແລ້ວ 444 ລ້ານກີບ.
ສຳລັບໄລຍະປີ 2024-2025, ຜ່ານການກວດກາພົບເຫັນການສໍ້ລາດບັງຫຼວງເປັນຂະບວນການ, ການລະເມີດລະ ບຽບການຄຸ້ມຄອງເງິນຕາຕ່າງ ປະເທດ, ການດຳເນີນທຸລະກິດບໍ່ ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ. ບັນຫາດັ່ງ ກ່າວມີຫຼາຍບຸກຄົນ ແລະ ຫຼາຍພາກສ່ວນກ່ຽວພັນລວມ 38 ຄົນ, ເປັນຍິງ16 ຄົນ, ໃນນັ້ນມີພະນັກ ງານລັດ 24 ຄົນ, ເປັນຍິງ 9 ຄົນ.
ຈາກການກວດກາພົບເຫັນ ເງິນ ທີ່ຖືກຖອນອອກຈາກຄັງ ເງິນ ໃນເບື້ອງຕົ້ນຈຳນວນ 19.204.929.017 ກີບ, 2.523.800 ໂດລາ ແລະ 1.500.000.000 ດົງຫວຽດ ນາມ, ພາຍຫຼັງການສືບສວນ-ສອບສວນແລະດຳເນີນຄະດີພົບເຫັນຜົນເສຍຫາຍຕົວຈິງ 13.125.990.287 ກີບ ແລະ 2.316.000 ໂດລາ. ສ່ວນເງິນ 1.500.000.000 ດົງໄດ້ປ່ຽນເປັນ 478.492.313 ກີບ ແລະ 60.000 ບາດ, ໃນການດຳເນີນ ຄະດີສາມາດເກັບກູ້ເງິນຄືນໄດ້ 19.986.137.302 ກີບ, 59.400 ບາດ ແລະ 57.000 ໂດລາ, ພ້ອມທັງຢຶດ ສາຍຄໍຮູບປະພັນຄ້າຍຄືຄຳນ້ຳ ໜັກ 2.793,4 ກຣາມ, ສາຍຄໍ 1 ເສັ້ນ, ແຫວນ 2 ວົງ, ອາຍັດດິນ 91 ຕອນ, ຢຶດ-ອາຍັດລົດໃຫຍ່ 14 ຄັນ, ລົດຈັກ 5 ຄັນ ແລະ ໂທລະສັບ 19 ເຄື່ອງ. ນອກຈາກນີ້ຍັງຢຶດໄມ້ຈຳນວນ 538 ຕັບຕໍ່ແຜ່ນ, ປະລິມານ 37.250 ແມັດກ້ອນ, ມູນຄ່າ183.379.151 ກີບ, ຄະດີດັ່ງກ່າວໄດ້ສົ່ງດຳເນີນຕາມຂັ້ນຕອນ ແລະ ສານໄດ້ຕັດສິນແລ້ວ.
ພ້ອມນີ້ອີງຕາມຂໍ້ຕົກລົງເລກທີ 560/ຈຂອປ ລົງວັນທີ 15 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດແຂວງດຳເນີນຄະດີກ່ຽວກັບການສໍ້ລາດບັງຫຼວງໄດ້ສືບຕໍ່ກວດກາບ້ວງເງິນທີ່ນອນໃນເປົ້າໝາຍເກົ່າ ແລະ ພົບເຫັນຜົນເສຍຫາຍ ແລະຄວາມຜິດດ່ຽງຂອງບັນຊີຄັງເງິນປະຈຳແຂວງຫຼາຍບ້ວງລວມທັງບ້ວງເງິນ 90.118.721.029 ກີບ ທີ່ຖືກຖອນອອກໂດຍຜ່ານການແຈ້ງຕອບຂອງຄັງເງິນໂດຍ ບໍ່ມີເອກະສານສະບັບຕົ້ນ, ຍັງ ພົບບ້ວງເງິນຄ້ຳປະກັນໂຄງການ 216.000 ໂດລາ ແລະ 1.700.000.000 ກີບ, ບ້ວງເງິນ ກອງທຶນພັດທະນາຊຸມຊົນ 120.000 ໂດລາ ແລະ 1.301.435.696 ກີບ, ບ້ວງເງິນໄມ້ຢືນຕາຍ ແລະ ໄມ້ປູກ 6.154.761.482 ກີບ, ບ້ວງເງິນໄພພິບັດເມືອງສະໜາມໄຊ 8.000 ໂດລາ ແລະ 23.582.260 ກີບ, ບ້ວງເງິນຄ້ຳປະກັນທຸລະກິດ 4.165.106.409 ກີບແລະ ບ້ວງເງິນກອງທຶນລັດ 2.028.869.642 ກີບ. ປັດຈຸບັນຄະ ນະສະເພາະກິດຕາມຂໍ້ຕົກລົງເລກທີ 560/ຈຂອປໄດ້ສະຫຼຸບສົ່ງສຳນວນໃຫ້ອົງການໄອຍະການປະຊາຊົນແຂວງ ແລະ ສານໄດ້ຕັດສິນຄະດີແລ້ວ. ພ້ອມນີ້ໄດ້ອາຍັດດິນ 5 ຕອນ, ຢຶດ ຫຼື ອາຍັດລົດໃຫຍ່ 4 ຄັນ ແລະ ຢຶດໂທລະສັບ 1 ເຄື່ອງ.
ທ່ານ ສູວັນສີ ແກ້ວວີເສີດໃຫ້ຮູ້ຕື່ມວ່າ: ສຳລັບແຜນການໃນໄລຍະ 5 ປີຕໍ່ໜ້າ (2026-2030) ອົງການກວດກາລັດແຂວງຈະເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີການໂຄສະນາ-ເຜີຍແຜ່ກົດໝາຍແລະ ລະບຽບການ, ສ້າງຈິດສຳ ນຶກດ້ານຄວາມສັດຊື່ ແລະ ສຸດຈະ ລິດ, ສືບຕໍ່ກວດກາ ແລະ ສືບສວນເປົ້າໝາຍທີ່ມີພຶດຕິກຳສໍ້ລາດບັງ ຫຼວງ, ດຳເນີນມາດຕະການຕໍ່ຜູ້ ກະທຳຜິດຕາມກົດໝາຍ, ສືບຕໍ່ການຂຶ້ນບັນຊີຊັບສິນຂອງພະນັກງານນຳພາ-ຄຸ້ມຄອງໃຫ້ເປັນລະບົບ, ພ້ອມທັງເພີ່ມທະວີການປະສານງານກັບອົງການໄອຍະການ ແລະ ສານປະຊາຊົນໃນການແກ້ໄຂຄະດີໃຫ້ທັນການ ແລະ ຖືກຕ້ອງ ຕາມກົດໝາຍ.
ໂດຍ: ມະນີວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















