ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ນາງ ສົມ​ມະ​ນິນ ພານຸ​ສິດ ຫຼຽນຄວ້າ​ເພີ່ມ ​ເຮັດ​ໃຫ້​ໄດ້​ຫຼຽນ ​ທັງ​ໝົດ 3 ຫຼຽນ​ຄຳ 3 ຫຼຽນ​ເງິນ ໃນ​ຊີງ​ແຊັມ​ອາຊີ
ເວລາອອກຂ່າວ: 2026-09-29 09:06:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ນາງ ສົມ​ມະ​ນິນ ພານຸ​ສິດ ເປັນ​ໜຶ່ງ​ໃນ​ນັກ​ກິລາ​ເພາະ​ກາຍ ແລະ ຍອດ​ຍິງ​ແຖວ​ໜ້າ​ຂອງ​ທີມ​ຊາດ​ລາວ ຜູ້​ທີ່​ໄດ້​ອຸທິດ​ຕົນ​ສ້າງ​ຜົນງານ ແລະ ຊື່​ສຽງ​ໃຫ້​ແກ່​ປະເທດ​ຊາດ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ເວທີ​ລະດັບ​ພາກ​ພື້ນ ແລະ ສາກົນ. ລາວ​ໄດ້​ທຸ້ມເທ​ທັງ​ແຮງ​ກາຍ ແລະ ແຮງ​ໃຈ​ໃນ​ການ​ເຝິກ​ຊ້ອມ​ກິລາ​ເພາະ​ກາຍ ເຊິ່ງ​ເປັນ​ກິລາ​ທີ່​ຕ້ອງ​ໃຊ້​ວິໄນ​ສູງ​ຫຼາຍ ທັງ​ເລື່ອງ​ການ​ຄວບ​ຄຸມ​ອາຫານ, ການ​ອອກກຳລັງ​ກາຍ​ຢ່າງ​ໜັກໜ່ວງ ເພື່ອ​ສ້າງ​ຮູບ​ຮ່າງ ແລະ ມັດ​ກ້າມ​ເນື້ອ​ໃຫ້​ໄດ້​ມາດຕະຖານ​ຕາມ​ກະຕິ​ກາ​ສາກົນ. ລາວ​ເປັນ​ຄົນ​ໜື່ງ​ທີ່​ໄດ້​ສ້າງ​ຜົນງານ​ອັນ​ໂດດ​ເດັ່ນ​ໃນ​ການ​ແຂ່ງຂັນ​ກິລາ​ເພາະ​ກາຍ ແລະ ຮູບ​ຮ່າງ​ຊີງ​ແຊັມ​ອາຊີ (Asian Bodybuilding and Physique Sports Championships) ມາ​ໂດຍ​ຕະຫຼອດ. ເຊິ່ງ​ຜົນງານ​ຫຼ້າ​ສຸດ ນັກ​ກິລາ​ເພາະ​ກາຍ​ຍິງ​ທີມ​ຊາດ​ລາວ ນາງ ສົມ​ມະ​ນິນ ພານຸ​ສິດ ສ້າງ​ຜົນງານ​ໃນ​ມື້​ສຸດ​ທ້າຍ​ຂອງ​ການ​ແຂ່ງຂັນ ເພາະ​ກາຍ ຊີງ​ແຊັມ​ອາຊີ ຄັ້ງ​ທີ 58 ທີ່​ບາງກອກ, ປະເທດ​ໄທ. ສາມາດ​ຍາດ​ໄດ້​ເພີ່ມ 1 ຫຼຽນ​ຄຳ ແລະ 1 ຫຼຽນ​ເງິນ ໃນ​ວັນ​ອາທິດ​ທີ 27 ກັນຍາ 2026. ເຊິ່ງ​ສົມ​ມະ​ນິນ​ລົງ​ແຂ່ງຂັນ 2 ປະເພດ​ຄື: ຄວາມ​ສູງ​ບໍ່​ເກີນ 165 ຊັງ​ຕີ​ແມັດ ແລະ ລຸ້ນ​ອາຍຸ​ເກີນ 35 ປີ. ສາມາດ​ສະຫຼຸບ​ຜົນງານ​ລວມ​ທັງ 3 ມື້ (3 ຫຼຽນ​ຄຳ ແລະ 3 ຫຼຽນ​ເງິນ): 3 ຫຼຽນ​ຄຳ (ແຊັມ​ເອ​ເຊຍ)ມີ: ນາງ ເພັດ​ສະ​ລາ ວັນນະ​ສານ ຍິງ​ຫຸ່ນ​ງາມ ຄວາມ​ສູງ​ບໍ່​ເກີນ 155 ຊັງ​ຕີ​ແມັດ, ນາງ ຈິນ​ຕະ​ນາ ຄຳ​ບຸນ​ເຮືອງ ຍິງ​ຫຸ່ນ​ງາມ ຄວາມ​ສູງ​ບໍ່​ເກີນ 165 ຊັງ​ຕີ​ແມັດ, ນາງ ສົມ​ມະ​ນິນ ພານຸ​ສິດ ຍິງ​ຫຸ່ນ​ງາມ ອາຍຸ 35 ປີ​ຂຶ້ນ​ໄປ ແລະ ໄດ້ 3 ຫຼຽນ​ເງິນ (ຮອງ​ແຊັມ​ເອ​ເຊຍ)ມີ: ນາງ ເພັດ​ສະ​ລາ ວັນນະ​ສານ Model Physique ຄວາມ​ສູງ​ບໍ່​ເກີນ 165 ຊັງ​ຕີ​ແມັດ, ນາງ ຈິນ​ຕະ​ນາ ຄຳ​ບຸນ​ເຮືອງ ຍິງ​ຫຸ່ນ​ງາມ ອາຍຸ 35 ປີ​ຂຶ້ນ​ໄປ, ນາງ ສົມ​ມະ​ນິນ ພານຸ​ສິດ ຍິງ​ຫຸ່ນ​ງາມ ຄວາມ​ສູງ​ບໍ່​ເກີນ 165 ຊັງ​ຕີ​ແມັດ. ຈາກ​ຜົນງານ​ດັ່ງກ່າວ ສາມາດ​ເວົ້າ​ໄດ້​ວ່າ: ນາງ ສົມ​ມະ​ນິນ ພານຸ​ສິດ ຖື​ເປັນ​ຕົວຢ່າງ​ທີ່​ດີເດັ່ນ​ຂອງ​ຍິງ​ລາວ​ຮຸ່ນ​ໃໝ່ ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມແຂງ, ຄວາມ​ອົດທົນ ແລະ ຄວາມ​ສາມາດ​ທີ່​ກ້າວ​ຂ້າມ​ຂີດ​ຈຳກັດ ຈົນ​ສາມາດ​ຢືນ​ຢູ​ເທິງ​ໂພ​ດຽມ​ລະດັບ​ສາກົນ​ໄດ້​ຢ່າງ​ສະຫງ່າ​ຜ່າເຜີຍ. ເຊິ່ງໃນ​ດ່ານ​ຕໍ່​ໄປ​ຂອງ​ທັບ​ນັກ​ກິ ລາ​ເພາະ​ກາຍ​ລາວ​ແມ່ນ ເວທີ​ລະດັບ​ໂລກ ທີ່​ລາວ​ເຮົາ​ຈະ​ເປັນ​ເຈົ້າພາບ ໃນ​ເດືອນ​ທັນວາ 2026 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ