ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ທີມ​ກະຕໍ້​ສາວ​ລາວ ມີ​ຫຼຽນ​ທອງ​ຄ້ອງ​ຄໍ​ແລ້ວ ໃນ​ເອ​ຊຽນ​ເກມ ຄັ້ງ​ທີ 20
ເວລາອອກຂ່າວ: 2026-09-29 09:05:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ນັກ​ກິລາ​ກະຕໍ້​ຍິງ​ລາວ​ລົງ​ຮ່ວມ​ການ​ແຂ່ງຂັນ​ໃນ​ນາມ ທີມ​ຊາດ​ລາວ ໂດຍ​ໄດ້​ສ້າງ​ຜົນງານ​ຢ່າງ​ຫຼາຍ​ຫຼາຍ​ເປັນ​ທີ່​ປະຈັກ​ຕາ​ໃນ​ຜ່ານ​ມາ ດ້ວຍ​ການ​ຍາດ​ໄດ້​ຫຼຽນ​ປະຫວັດສາດ ເຊັ່ນ: ຫຼຽນ​ທອງ​ຈາກ​ປະເພດ​ທີມ 4 ຄົນ ໃນ​ງານ​ມະ​ຫະ​ກຳ​ກິລາ​ເອ​ຊຽນ​ເກມ ທີ່​ຜ່ານ​ມາ​ໃນ​ປີ 2022 ທີ່​ເມືອງ​ຫາງ​ໂຈ ປະເທດ​ຈີນ ລວມ​ທັງ​ການ​ຍາດ​ຫຼຽນ​ລາງວັນ​ໃນ​ເວທີ​ລະດັບ​ພາກ​ພື້ນ ແລະ ເກມ​ສາກົນ​ອື່ນໆ​ຢ່າງ​ຕໍ່​ເນື່ອງ. ເຊິ່ງ​ໃນ​ເອ​ຊຽນ​ເກມ 2026 ສຳລັບ​ການ​ແຂ່ງຂັນ​ທີ່​ເມືອງ​ນາ​ໂກ​ຢາ ປະເທດ​ຍີ່ປຸ່ນ​ປີ​ນີ້, ທັບ​ນັກ​ກິລາ​ກະຕໍ້​ຍິງ​ລາວ ກໍ​ໄດ້​ກະກຽມ​ຄວາມ​ພ້ອມ​ຢ່າງ​ຕັ້ງໜ້າ ເພື່ອ​ສູ້​ຊົນ​ຍາດ​ຜົນງານ​ກັບ​ປະເທດ​ຕ່າງໆ​ໃນ​ອາຊີ ເຊັ່ນ: ໄທ, ຫວຽດນາມ, ມຽນມາ, ເກົາຫຼີ​ໃຕ້ ແລະ ເຈົ້າພາບ​ຍີ່ປຸ່ນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ທີ່​ຈະ​ສ້າງ​ຊື່​ສຽງ ແລະ ຍາດ​ຫຼຽນ​ລາງວັນ​ມາ​ຝາກ​ແຟນ​ກິລາ​ຊາວ​ລາວ​ທົ່ວ​ປະເທດ. ນັກ​ກິລາ​ກະຕໍ້​ຍິງ​ທີມ​ຊາດ​ລາວ ຫຼັງ​ຈາກ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ໃນ​ເອ​ຊຽນ​ເກມ ຄັ້ງ​ທີ 20 ລົງ​ແຂ່ງຂັນ​ປະ​ເດີມ​ສະໜາມ​ໃນ​ປະເພດ​ຍິງ​ຄູ່ ສາມາດ​ຍາດ​ເອົາ​ຊະນະ​ໄດ້​ທັງ ທີມ​ຫວຽດນາມ ແລະ ທີມ​ມາ​ເລ​ເຊຍ ຢ່າງ​ງົດ​ງາມ ສາມາດ​ທະ​ລຸ​​​ເຂົ້າ​ຮອບ​ຮອງ​ຊະນະ​ເລີດ ຫຼື ຮອບ 4 ທີມ ໄດ້​ສຳເລັດ ເຊິ່ງ​ໝາຍ​ຄວາມ​ວ່າ ຕ້ອງ​ມີ​ຫຼຽນ​ທອງ​ຄອງ​ຄໍ​ໄວ້​ແລ້ວ​ເປັນ​ຢ່າງ​ໜ້ອຍ. ໃນການ​ແຂ່ງຂັນ​ກະຕໍ້ ປະເພດ​ທີມ​ຄູ່​ຍິງ ໃນ​ເອ​ຊຽນ​ເກມ ຄັ້ງ​ທີ 20 ໄດ້​ເປີດ​ສາກ​ຂຶ້ນ ໃນ​ມຶ້​ນີ້ 27 ກັນຍາ 2026 ເຊິ່ງ​ທີມ​ກະຕໍ້​ທີມ​ຊາດ​ລາວ ສາມາດ​ເກັບ​ໄຊຊະນະ​ໄດ້​ທັງ 2 ນັດ​ຕິດຕໍ່​ກັນ ໃນ​ຮອບ​ແບ່ງ​ກຸ່ມ. ເຊິ່ງກຸ່ມ ເອ ໂດຍ​ໃນ​ນັດ​ທຳ​ອິດ ທີມ​ຊາດ​ລາວ ຊະນະ ທີມ​ຊາດ​ຫວຽດນາມ ໄປ​ຢ່າງ​ວຸດ​ຫວິດ 2 ຕໍ່ 1 ເຊັດ ດ້ວຍ​ຄະແນນ 12-15, 15-10 ແລະ 15-9. ຈາກ​ນັ້ນ, ໃນ​ນັດ​ທີ​ສອງ ສາວ​ລາວ​ຍິ່ງ​ມີ​ຄວາມ​ໝັ້ນ​ໃຈ ສາມາດ​ເອົາ​ຊະນະ ສາວ​ມາ​ເລ​ເຊຍ ໄປ​ຂາດ​ຮອຍ 2 ຕໍ່ 0 ເຊັດ 15-12 ແລະ 15-7. ຈາກ​ຜົນ​ຊະນະ​ທັງ​ສອງ​ນັດ ເຮັດ​ໃຫ້​ທີມ​ຊາດ​ລາວ ຂຶ້ນ​ນຳ​ເປັນ ອັນ​ດັບ​ໜຶ່ງ​ຂອງ​ກຸ່ມ​ເອ ຊົ່ວຄາວ​ທັນທີ ແລະ ສາມາດ​ຜ່ານ​ເຂົ້າ​ຮອບ​ຮອງ​ຊະນະ​ເລີດ ຫຼື 4 ທີມ​ສຸດ​ທ້າຍ ເປັນ​ທີ່​ຮຽບ​ຮ້ອຍ ພ້ອມ​ທັງ​ມີ​ຫຼຽນ​ທອງ​ຄອງ​ຄໍ​ເປັນ​ທີ່​ແນ່ນອນ​ແລ້ວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ