ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຍີປຸ່ນ ເຈົ້າພາບ ເອົາຊະນະ ໄທ 3-0 ກອດຄໍກັນເຂົ້າຮອບ 8 ທີມສຸດທ້າຍ ບານເຕະຊາຍ ອາຊຽນເກມ 2026 ທີ່ຍີປຸ່ນ
ເວລາອອກຂ່າວ: 2026-09-25 08:57:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ການແຂ່ງຂັນກິລາ ທີມບານເຕະຊາຍໃນງານມະຫາກໍາ ອາຊຽນເກມ 2026. ກຸ່ມ A ນັດສຸດທ້າຍ: ຍີປຸ່ນ ສາມາດຊະນະ ທີມຊາດໄທ 3-0 ໃນນັ້ນ, ອີກຄູ່ໜຶ່ງ ທີມຊາດ ກຽກກິສຖານ ຊະນະ ທີມຮົງກົງ 4-0, ກຸ່ມນີ້ ຈົບ 3 ນັດ ຍີປຸ່ນ ເກັບ 9 ຄະແນນ, ສ່ວນທີມຊາດໄທ ມີ 6 ຄະແນນ ເຂົ້າຮອບ 8 ທີມສຸດທ້າຍ, ກຽກກິສຖານ ມີ 3 ຄະແນນ ແລະ ຮົງກົງ ເສຍສາມນັດລວດ ຕົກຮອບ. ກຸ່ມ B ນັດສຸດທ້າຍ : ສປປ ເກົາຫຼີ ຊະນະ ອີຣານ 4-1 ສປ ຈີນ ສະເໝີກັບ ສະຫະລັດ ອາຣັບ ເອມິເຣດ 0-0 ກຸ່ມ​ນີ້ ຈົບ 3 ນັດ ຈີນ ມີ 5 ຄະແນນ, ​ ສປປ ເກົາຫຼີ ແລະ ອີ​ຣານ ມີ 4 ຄະແນນ​ເທົ່າ​ກັນ ແຕ່ ​ສປປ ເກົາຫຼີ ມີ​ປະຕູ​ໄດ້​ເສຍ​ດີ​ກວ່າ +2 ປະຕູ, ສ່ວນ ອີ​ຣານ ປະຕູ​ໄດ້​ເສຍ -1 ປະຕູ, ເຮັດ​ໃຫ້ ​ສປປ ເກົາຫຼີ ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ, ສ່ວນ ອີ​ຣານ ແລະ ສະຫະລັດ ອາ​ຣັບ ເອ​ມິ​ເຣດ ມີ 2 ຄະແນນ ຕົກ​ຮອບ. ຮອບ 8 ທີມ​ສຸດ​ທ້າຍ: ອຸ​​ສ​ເບ​ກິ​​ສ​ຖານ ພົບ ຊາ​ອຸ​ດິ​ອາ​ຣາເບຍ ວັນ​ທີ 25 ກັນຍາ ເວລາ 12:00 ໂມງ ຕາມ​ເວລາ​ທ້ອງຖິ່ນ, ສ ເກົາຫຼີ ພົບ ຫວຽດນາມ ວັນ​ທີ 25 ກັນຍາ ເວລາ 17:30 ໂມງ ຕາມ​ເວລາ​ທ້ອງຖິ່ນ, ຈີນ ພົບ ໄທ ວັນ​ທີ 26 ກັນຍາ ເວລາ 13:00 ໂມງ, ຍີປຸ່ນ ພົບ ​ສປປ ເກົາຫຼີ ວັນ​ທີ 26 ກັນຍາ ເວລາ 17:30 ໂມງ. ສຳລັບ ເຕະບານ​ຊາຍ ໃນ​ງານ ອາ​ຊຽນ​ເກມ 2026 ຍັງ​ຄົງ​ວາງກົດ​ເອົາ​ນັກ​ກິລາ​ອາຍຸ​ບໍ່​ເກີນ 23 ປີ ເປັນ​ຫຼັກ ແລະ ເກີນ​ໄດ້ 3 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ