ກິລາເທຄວັນໂດລາວ
ເວລາອອກຂ່າວ: 2026-09-24 08:57:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ: ![]()
ກິລາເທຄວັນໂດ (Taekwondo) ຖືເປັນໜື່ງໃນປະເພດກິລາສິລະປະການຕໍ່ສູ້ຈາກປະເທດເກົາຫຼີ ທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນ ສປປ ລາວເຊິ່ງວ່າໄດ້ເລີ່ມເຂົ້າມາສູ່ປະເທດລາວໃນຊ່ວງປາຍສັດຕະວັດທີ 20 (ປະມານຊຸມປີ 1990 ເປັນຕົ້ນມາ) ຜ່ານການແລກປ່ຽນທາງວັດທະນະທຳ, ບຸກຄະລາກອນ ແລະ ຄວາມຮ່ວມມືລະຫວ່າງປະເທດ ເຊັ່ນ: ປະເທດເກົາຫຼີໃຕ້, ປະເທດເພື່ອນບ້ານ ພ້ອມທັງອາສາສະໝັກ ແລະ ຜູ້ຊ່ຽວຊານຊາວຕ່າງປະເທດທີ່ເຂົ້າມາສອນສິລະປະການຕໍ່ສູ້ປະເພດນີ້.
ຕໍ່ມາເພື່ອເຮັດໃຫ້ການເຄື່ອນໄຫວມີລະບຽບແບບແຜນ ແລະ ສາມາດສົ່ງເສີມນັກກິລາລາວໃຫ້ກ້າວສູ່ເວທີສາກົນ, ທາງຄະນະກຳມະການໂອລິມປິກແຫ່ງຊາດລາວ ແລະ ກະຊວງທີ່ກ່ຽວຂ້ອງ ຈຶ່ງໄດ້ໃຫ້ການຮັບຮອງ ແລະ ສ້າງຕັ້ງ ສະຫະພັນເທຄວັນໂດແຫ່ງຊາດລາວ ຂຶ້ນຢ່າງເປັນທາງການ. ໃນປັດຈຸບັນ, ເທຄວັນໂດ ບໍ່ແມ່ນພຽງແຕ່ກິລາປ້ອງກັນຕົວເທົ່ານັ້ນ ແຕ່ຍັງໄດ້ກາຍເປັນກິລາທີ່ສ້າງເສັ້ນທາງອາຊີບ, ສົ່ງເສີມສຸຂະພາບ ແລະ ລະບຽບວິໄນໃຫ້ແກ່ເຍົາວະຊົນລາວ. ມີສະໂມສອນ ແລະ ໂຮງເຝິກເທຄວັນໂດປະກົດຂຶ້ນຫຼາຍແຫ່ງທັງໃນນະຄອນຫຼວງວຽງຈັນ ແລະ ຕາມແຂວງໃຫຍ່ຕ່າງໆ.
ໃນນີ້, ສະໂມສອນ ເທຄວັນໂດ ພີເອັມເອັດ ຫຼື PMS Taekwondo Club ເຈົ້າຂອງແຊັມຂັນຊະນະເລີດທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ
ສປປ ລາວ 2 ສະໄໝຕິດຕໍ່ກັນ ກໍ່ແມ່ນສະໂມສອນໜື່ງ ທີ່ວາງຄາດໝາຍຈະພັດທະນານັກກິລາເຍົາວະຊົນລາວ ກໍຄື ລູກຫຼານຂອງຊາວນະຄອນຫຼວງວຽງຈັນ ໃຫ້ມີການພັດທະນາທີ່ດີມີທ່າກ້າວທີ່ພົ້ນເດັ່ນ ສ້າງຜົນງານໃນການແຂ່ງຂັນລາຍການລະດັບຊາດ ແນໃສ່ສ້າງອະນາຄົດກ້າວໄປສູ່ລະດັບທີມຊາດ ແລະ ຮັບປະກັນໄດ້ໃນການສ້າງຜົນງານໃນເວທີພາກພື້ນ, ອະນຸພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.
ທ່ານ ດວງສີວິໄລ ພິມມະສອນ ຫຼື ເປເລ້ ຫົວໜ້າຄູເຝິກສະໂມສອນ PMS Taekwondo Club ໃຫ້ຮູ້ວ່າ: ທີ່ຜ່ານມາ ຂ້າພະເຈົ້າເຄີຍຕິດທີມຊາດຕັ້ງແຕ່ອາຍຸ
15-16 ປີ ແລະ ເຄີຍແຂ່ງຂັນມາຫຼາຍໆລາຍການ ໂດຍສະເພາະຕາງໜ້າທີມຊາດລາວ ຮ່ວມແຂ່ງຂັນງານກິລາ ຊີເກມ (SEA Games) ໃນປີ 2011 ແລະ ປີ
2013 ສາມາດຄວ້າຫຼຽນທອງ
ທັງສອງຄັ້ງ. ນອກຈາກນີ້, ເຄີຍເຂົ້າຮ່ວມການແຂ່ງຂັນ ກິລາມະ
ຫາວິທະຍາໄລອາຊຽນ ແລະ ກໍໄດ້ຮັບຫຼຽນເງິນ ແລະ ຫຼຽນທອງ ສ້າງກຽດຊື່ສຽງມາສູ່ປະເທດຊາດ. ເຊິ່ງເປົ້າໝາຍເບື້ອງຕົ້ນ ໃນການກໍ່ຕັ້ງສະໂມສອນ PMS Taekwondo Club ແມ່ນຄວາມຮັກ ແລະ ມີຄວາມຜູກພັນກັບກິລາມາແຕ່ໃດ. ສະນັ້ນ, ກໍມີເຈດຈຳນົງ ຈະມຸ້ງໝັ້ນພັດທະນານັກກິລາຍາວະຊົນໃຫ້ມີທ່າກ້າວທີ່ພົ້ນເດັ່ນຄືກັນຕົນເອງ ທີ່ໄດ້ຮັບໃຊ້ຊາດ ອີກດ້ານໜຶ່ງກໍສ້າງໂອກາດໃຫ້ເຂົາເຈົ້າໄດ້ຫ່າງໄກຈາກຢາເສບຕິດ ແລະ ສິ່ງມຶນເມົາຕ່າງໆ ເຮັດໃຫ້ທຸກຄົນສາມາດກ້າວເຂົ້າຮ່ວມແຂ່ງຂັນໃນລະດັບຊາດ ແລະ ລະດັບສາກົນ ໃນຕໍ່ໜ້າ ເຮັດໃຫ້ຄວາມຝັນກາຍເປັນຈິງ.
ຄູເຝິກ ເປເລ້ ໃຫ້ຮູ້ອີກວ່າ: ສຳລັບເຄັດລັບທີ່ເຮັດໃຫ້ສະໂມສອນພວກເຮົາສາມາດປະສົບຜົນສຳເລັດ ກ້າວຂຶ້ນມາເປັນເບີໜຶ່ງແຫ່ງວົງການກິລາເທຄວັນໂດລາວ ໄດ້ນັ້ນ ກໍບໍ່ມີຫຍັງຫຼາຍ ພວກເຮົາມຸ້ງໝັ້ນເອົາໃຈໃສ່ເຂົ້າໃນການເຝິກຊ້ອມໃຫ້ເປັນປະຈຳ ແລະ ໝັ່ນເຝິກຊ້ອມໄປເລື້ອຍໆ ໃຫ້ນັກກິລາມີຄວາມກະຫາຍໃນໄຊຊະນະ ຖ້າເຮົາບໍ່ລົງແຂ່ງຂັນ ກໍຈະບໍ່ມີການພັດທະນາ ເພາະວ່າເດັກນ້ອຍຕ້ອງການປະສົບການໃນການແຂ່ງຂັນ ຖ້າຫາກວ່າເຝິກຊ້ອມແຕ່ຢ່າງດຽວ ກໍ່ອາດຈະມີການບໍ່ພັດທະນາໄປໄດ້ໄວ. ແນວໃດກໍດີ, ຕະຫຼອດໄລຍະການສ້າງຕັ້ງສະໂມສອນ ມາແຕ່ປີ 2017 ຫາ ປີ 2026 ປັດຈຸບັນນີ້ ສະໂມສອນພວກເຮົາໄດ້ເຂົ້າຮ່ວມຫຼາຍໆລາຍການ ແລະ ກໍສາມາດສ້າງຜົນງານໄດ້ສຳເລັດ ຄວ້າແຊັມ ແລະ ລາງວັນຕ່າງໆທັງພາຍໃນ ແລະ ພາຍນອກປະເທດມາຄອງ ເຊັ່ນ: ຄອງຂັນຊະນະເລີດທ່ານປະທານສະຫະພັນເທຄວັນໂດ, ຄອງຂັນຊະນະເລີດສະ
ຖານທູດ ສ ເກົາຫຼີ ເຖິງ 2 ສະໄໝຕິດຕໍ່ກັນ ໃນປີ 2025-2026 ແລະ ຄອງຂັນຊະນະເລີດ ເຈົ້າຄອງນະຄອນຫຼວງວຽງຈັນ.
ສ່ວນການແຂ່ງຂັນຢູ່ ນອກປະເທດ ຄອງຂັນຊະນະເລີດ 2 ລາຍການ ທີ່ແຂວງໜອງຄາຍ ແລະ ແຂວງອຸດອນທານີ ທີ່ປະເທດໄທ, ຄວ້າຂັນອັນດັບທີ 2 ລະດັບພາກອີສານລີກ (I-San League) ທີ່ແຂວງຂອນແກ່ນ.
ເຖິງຢ່າງໃດກໍຕາມ, ໃນອະນາຄົດ, ສະໂມສອນ PMS ຈະສືບຕໍ່ພັດທະນານັກກິລາໄປເລື້ອຍໆ ເພື່ອສ້າງໃຫ້ໄປເຖິງລະດັບທີມຊາດ ແລະ ເປັນຕົວແທນເຂົ້າຮ່ວມແຂ່ງຂັນໃນລະດັບສາກົນ ເຊັ່ນ: ຊີເກມ (SEA Games), ມະຫາວິທະຍາໄລອາຊຽນ ແລະ ເອຊຽນເກມ ຈົນກ້າວໄປສູ່ລະດັບ ໂອລິມປິກ ໃນອະນາຄົດໃຫ້ໄດ້.
ໃນຕອນທ້າຍ ຄູເຝິກ ເປເລ້ ຍັງໄດ້ຝາກເຖິງພໍ່ແມ່ຜູ້ປົກຄອງ ທ່ານໃດສົນໃຈ ຢາກຝາກລູກຫຼານ ຫຼື ຢາກໃຫ້ລູກຫ່າງໄກຈາກສິ່ງມຶນເມົາຕ່າງໆ ສາມາດຕິດຕໍ່ພວກເຮົາໄດ້ຢູ່ທີ່ ເພຈເຟດບຸກ ຂອງສະໂມສອນ PMS Taekwondo Club ສະຖານທີ່ຕັ້ງຂອງສະໂມສອນແມ່ນຕັ້ງຢູ່ພະໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ປັດຈຸບັນ ສະໂມສອນ ດັ່ງກ່າວ ສາມາດສ້າງນັກກິລາ ໄປຮັບໃຊ້ບັນດາພາກສ່ວນຕ່າງໆ ໃນການເຂົ້າຮ່ວມງານລະດັບຊາດ ກໍຄື ງານກິລານັກຮຽນທົ່ວປະເທດ, ງານມະຫາວິທະຍາໄລລາວ ແລະ ງານກິລາແຫ່ງຊາດ, ໃນນັ້ນ ກໍສາມາດກ້າວຂຶ້ນໄປຕິດທີມຊາດ ກໍຄື ນາງ ສຸທິດາ ຫຼວງແກ້ວກຸມພົນ ໃນຮຸ່ນນ້ຳໜັກ 51 ກິໂລກຣາມຍິງ ກຽມເຂົ້າຮ່ວມງານເອຊຽນ ອິນດໍເກມ ທີ່ປະເທດຊາອຸດິອາຣະເບຍ ໃນທ້າຍປີນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















