ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2019-11-08 09:06:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ໃນວັນທີ 07 ພະຈິກ 2019 ນີ້, ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດ ທີ VIII ໄດ້ໄຂຂຶ້ນຢ່າງສະຫງ່າ ຜ່າເຜີຍຢູ່ທີ່ຫໍປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງ ຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນ ກາງພັກ, ປະທານສະພາແຫ່ງ ຊາດ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມບັນດາທ່ານການນໍາ-ອະດີດການນໍາຂັ້ນ ສູງຂອງພັກ-ລັດ, ບັນດາທ່ານນັກ ປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ບັນດາທ່ານສະມາຊິກສະພາ ແຫ່ງຊາດ, ອະດີດສະມາຊິກສະ ພາແຫ່ງຊາດ, ຜູ້ຕາງໜ້າອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະ ຫາຊົນ, ສະຖາບັນ, ນັກທຸລະກິດ, ແຂກຖືກເຊີນ ແລະ ບັນດາພະນັກ ງານ-ລັດຖະກອນພາກສ່ວນທີ່ ກ່ຽວຂ້ອງໄດ້ໃຫ້ກຽດເຂົ້າຮ່ວມ. ໃນບົດສູນທອນພົດໄຂກອງ ປະຊຸມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ບາງຕອນສໍາຄັນໄດ້ກ່າວວ່າ: ປີ 2019 ເປັນປີທີ 4 ແຫ່ງການ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຄັ້ງທີ VIII. ສະນັ້ນ, ໄດ້ຮຽກຮ້ອງ ໃຫ້ທົ່ວພັກ-ລັດ ແລະ ທົ່ວປວງ ຊົນລາວທັງຊາດ, ທຸກພາກສ່ວນ ເສດຖະກິດ ຈົ່ງພ້ອມກັນສືບຕໍ່ເພີ່ມ ທະວີຄວາມສາມັກຄີ, ຍົກສູງ ຄວາມຮັບຜິດຊອບ, ເສີມຂະ ຫຍາຍຫົວຄິດປະດິດສ້າງເຂົ້າໃນ ການຈັດຕັ້ງປະຕິບັດຕາມພາລະ ບົດບາດ, ໜ້າທີ່ຂອງຕົນໃຫ້ມີ ໝາກຜົນຕົວຈິງ, ຫັນສິ່ງທ້າທາຍ ເປັນກາລະໂອກາດໃນການສືບ ຕໍ່ສູ້ຊົນຈັດຕັ້ງຜັນຂະຫຍາຍບັນ ດາຄາດໝາຍທີ່ກໍານົດໄວ້ໃນ ແຜນປີ 2019 ໃຫ້ບັນລຸຜົນສໍາ ເລັດ. ບົນຈິດໃຈດັ່ງກ່າວ, ກອງ ປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ຈະສຸມໃສ່ພິຈາລະນາ ແລະ ຮັບ ຮອງບັນດາເນື້ອໃນທີ່ສໍາຄັນຫຼາຍ ບັນຫາດັ່ງນີ້: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານ, ພິ ຈາລະນາ ແລະ ຕົກລົງຮັບຮອງ ບັນຫາສຳຄັນຕ່າງໆດັ່ງນີ້:1. ວຽກງານຂອງລັດຖະບານ: 1.1 ພິຈາລະນາ, ຮັບຮອງເອົາການ ແຕ່ງຕັ້ງບຸກຄະລາກອນຕາມ ການສະເໜີຂອງລັດຖະບານ; 1.2 ບົດລາຍງານຂອງນາຍົກລັດຖະ ມົນຕີ ກ່ຽວກັບການຈັດຕັ້ງປະຕິ ບັດວຽກງານພົ້ນເດັ່ນ ປະຈໍາປີ 2019 ແລະ ທິດທາງແຜນວຽກ ຈຸດສຸມ ປະຈໍາປີ 2020 ຂອງ ລັດຖະບານ; 1.3 ບົດລາຍງານ ຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ການແກ້ໄຂ ສະພາບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດມະຫາພາກ ແລະ ຜົນກະທົບຈາກອຸທົກກະໄພ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020; 1.4ບົດລາຍງານຊີ້ແຈງຕໍ່ຄຳຊັກຖາມຂອງສະມາ ຊິກສະພາແຫ່ງຊາດຢູ່ກອງປະ ຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII. 2. ວຽກງານຂອງອົງການກວດ ສອບແຫ່ງລັດ: 2.1 ບົດລາຍ ງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະ ຈໍາປີ 2019 ແລະ ທິດທາງແຜນ ການ ປະຈໍາປີ 2020 ຂອງອົງ ການກວດສອບແຫ່ງລັດ; 2.2 ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງ ລັດ ປະຈໍາປີ 2018. 3.ວຽກງານ ຂອງອົງການກວດກາລັດຖະ ບານ: ບົດລາຍງານການກວດກາ ຕາມຜົນການກວດສອບບົດສະ ຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳ ປີ 2017 ຂອງອົງການກວດກາ ລັດຖະບານ. 4. ວຽກງານຂອງ ຄະນະປະຈໍາສະພາແຫ່ງຊາດ ແລະ ກໍາມາທິການສະພາແຫ່ງ ຊາດ: 4.1 ບົດລາຍງານຜົນການ ຕິດຕາມກວດກາຂອງຄະນະປະ ຈໍາສະພາແຫ່ງຊາດ ກ່ຽວກັບການ ຈັດຕັ້ງປະຕິບັດກົດໝາຍ ແລະ ນິ ຕິກໍາໃຕ້ກົດໝາຍທີ່ຕິດພັນກັບ ການເກັບລາຍຮັບ; 4.2 ບົດລາຍ ງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງ ຊາດ ກ່ຽວກັບການຈັດຕັ້ງປະຕິ ບັດກົດໝາຍ ແລະ ນິຕິກໍາໃຕ້ກົດ ໝາຍທີ່ຕິດພັນກັບການສ້າງວິຊາ ຊີບ, ການພັດທະນາສີມືແຮງງານ ທີ່ມີຄຸນນະພາບ ແລະ ການສ້າງ ວຽກເຮັດງານທໍາຂອງປະຊາຊົນ; 4.3 ບົດລາຍງານຜົນການຕິດ ຕາມກວດກາຂອງກໍາມາທິການ ສະພາແຫ່ງຊາດ ກ່ຽວກັບການ ຈັດຕັ້ງປະຕິບັດນິຕິກຳທີ່ພົວພັນກັບການເຊົ່າ, ສຳປະທານທີ່ດິນ. 5. ວຽກງານຂອງອົງການໄອຍະ ການປະຊາຊົນສູງສຸດ ແລະ ສານ ປະຊາຊົນສູງສຸດ: 5.1 ບົດລາຍ ງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາ ປີ 2019 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2020 ຂອງອົງການໄອຍະການປະຊາ ຊົນສູງສຸດ; 5.2 ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2020 ຂອງສານປະຊາຊົນສູງສຸດ. 6. ວຽກງານຂອງສະພາແຫ່ງຊາດ: 6.1 ບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2019 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2020 ຂອງສະພາແຫ່ງ ຊາດ; 6,2 ບົດປະກອບຄໍາເຫັນ ຂອງສູນກາງແນວລາວສ້າງຊາດ ຕໍ່ບົດລາຍງານການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກ ງານ ປະຈຳປີ 2019 ແລະ ແຜນ ການເຄື່ອນໄຫວວຽກງານ ປະຈຳ ປີ 2020 ຂອງສະພາແຫ່ງຊາດ; 6.3 ການຈັດຕັ້ງປະເມີນຜົນການ ປະຕິບັດໜ້າທີ່ຂອງບຸກຄະລາ ກອນດໍາລົງຕໍາແໜ່ງທີ່ສະພາ ແຫ່ງຊາດເລືອກຕັ້ງ ແລະ ຮັບຮອງ ເອົາການແຕ່ງຕັ້ງ; 7. ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບ ປຸງກົດໝາຍ ຈໍານວນ 8 ສະບັບ: ຮ່າງກົດໝາຍສ້າງໃໝ່ 2 ສະ ບັບ ຄື: 1. ຮ່າງກົດໝາຍວ່າດ້ວຍ ຮູບເງົາ; 2. ຮ່າງກົດໝາຍ ວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ. ຮ່າງກົດໝາຍປັບປຸງ 6 ສະບັບ ຄື:1. ຮ່າງກົດໝາຍວ່າດ້ວຍການ ລົ້ມລະລາຍຂອງວິສາຫະກິດ; 2. ຮ່າງກົດໝາຍວ່າດ້ວຍການ ອະນາໄມ, ກັນພະຍາດ ແລະ ສົ່ງ ເສີມສຸຂະພາບ; 3. ຮ່າງກົດໝາຍ ວ່າດ້ວຍການປະກັນໄພ; 4. ຮ່າງ ກົດໝາຍວ່າດ້ວຍຫຼັກຊັບ; 5. ຮ່າງກົດໝາຍວ່າດ້ວຍກີລາ-ກາ ຍະກໍາ; 6. ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ. ພ້ອມນັ້ນກອງປະຊຸມສະພາ ແຫ່ງຊາດໄດ້ເຫັນດີເປັນເອກະ ພາບແຕ່ງຕັ້ງ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ຄວບຕໍາແໜ່ງເປັນລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ດ້ວຍຄະແນນສຽງ ເຫັນດີ 119 ສຽງ ແລະ ແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນລັດຖະມົນຕີກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວດ້ວຍຄະແນນສຽງເຫັນດີ 124 ສຽງ. ກອງປະຊຸມຄັ້ງນີ້ຈະດຳເນີນ ໄປຈົນເຖິງວັນທີ 6 ທັນວາ 2019 ຈຶ່ງຈະສໍາເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ